ໂຄງການສ້າງສາຍສົ່ງໄຟຟ້າ ຂ້າມພົມແດນ ປະສົບຄວາມສໍາລັດແລ້ວ 16 ສາຍ ລະຫວ່າງ ຈີນ-ອາຊຽນ.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ພະ​ລັງ​ງານ​ສະ​ອາດ ​ຂອງ ກອງ​ປະ​ຊຸມ ​ສຸດຍອດ ​ອາ​ຊີ​ຕາ​ເວັນ​ອອກ​ ຄັ້ງ​ທີ 7 ທີ່​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຟູ​ໂຈ່ວ ​ແຂວງ​ຟູ​ຈ້ຽນ ຂອງ​ ຈີນ​ລະບຸວ່າ, ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ ​ດ້ານ​ພະ​ລັງ​ໄຟ​ຟ້າ ​ລະ​ຫວ່າງ​ ຈີນ ແລະ ອາ​ຊຽນ​ ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ, ໂດຍສະເພາະແມ່ນ ການ​ສ້າ​ງສາຍສົ່ງ​ໄຟ​ຟ້າ​ ຂ້າມ​ຊາດ​ ສຳ​ເລັດແລ້ວ16 ສາຍ.
ອີງ​ຕາມ ​ຕົວ​ເລກ​ສະ​ຖິ​ຕິ​ ຈາກ​ ອົງ​ການ ​ພະ​ລັງ​ງານ ​ໝູນ​ວຽນ ​ສາ​ກົນ​ ຢືນ​ຢັນ​ວ່າ, ເມື່ອ​ສົມ​ທຽບໃສ່ ປີຜ່ານມາ​ ກຳ​ລັງ​ຕິດ​ຕັ້ງ ​ພະ​ລັງ​ງານ ​ໝູນ​ວຽນ ​ຂອງ​ ອາ​ຊຽນ​ ໄດ້​ເພີ່ມ​ຂຶ້ນ ຫລາຍກວ່າ 1,5 ເທົ່າ, ການ​ຫັນ​ປ່ຽນ​ ຮູບ​ແບບ​ ການ​ພັດ​ທະ​ນາ​ ຂອງ​ ພະ​ລັງ​ງານ ແລະ ການ​ພັດ​ທະ​ນາ​ ແບບ​ສີ​ຂຽວ ແລະ ກາກບອນ​ຕ່ຳ ​ໄດ້​ກາຍ​ເປັນ ​ຫົວ​ຂໍ້ຫລັກ​ ແຫ່ງ​ການ​ພັດ​ທະ​ນາ ​ພ້ອມ​ກັນ​ ລະ​ຫວ່າງ​ຈີນ ແລະ ອາ​ຊຽນ.
ຈີນ ແລະ ອາ​ຊຽນ​ໄດ້​ສ້າງ ​ສາຍ​ສົ່ງ​ໄຟ​ຟ້າ​ ທີ່​ມີ​ຄວາມ​ແຮງ 110 ກິ​ໂລໂວນ ​ຂຶ້ນ​ໄປຕໍ່​ກັນ​ ເປັນ​ຈຳ​ນວນ 16 ສາຍ, ນອກນັ້ນ ສອງ​ຝ່າຍ​ ຍັງໄດ້​ດຳ​ເນີນ​ ການຄ້າ​ຂາຍ​ ພະ​ລັງ​ໄຟ​ຟ້າ ​ຂ້າມ​ຊາດ​ ເຊິ່ງ​ກັນ​ແລະ​ກັນ ຫລາຍກວ່າ 75 ຕື້​ກິ​ໂລ​ວັດ​ໂມງ, ໃນ​ນັ້ນ​ ພະ​ລັງ​ໄຟ​ຟ້າ​ ແບບ​ສີ​ຂຽວ ກວມ​ອັດ​ຕາ ຫລາຍກວ່າ 90% ຕາມການລາຍງານ ຂອງວິທະຍຸໂທລະພາບ ສູນກາງຈີນ ຊີເອັມຈີເມື່ອ ວັນ​ທີ 4 ພະ​ຈິກ​ 2025.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ