17.4 C
Laos
ວັນພະຫັດ,ມັງກອນ,29

ຈີນ-ລາວ​ ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ດ້ານຄວາມ​ໝັ້ນ​ຄົງ ແລະ ວຽກ​ງານ​ປ້ອງ​ກັນ​ປະ​ເທດ .

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ຕາມການລາຍງານ​ຂ່າວຂອງສື່ຈີນໄຫ້ຮູ້ວ່າ​, ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໂດຍ​ສະ​ເໜີ​ວ່າ ​​ຈະເປີດກວ້າງ​ການ​ຮ່ວມ​ມື​ທີ່​ເປັນ​ຮູບ​ປະ​ທຳ​ໃນ​ຂົງ​ເຂດ​ຕ່າງໆ.
.
ຕອນ​ບ່າຍ​ວັນ​ທີ 16 ມັງ​ກອນ​ນີ້, ທ່ານ​ພັນ​ເອ​ກ​ພິ​ເສດ ຈ່າງ​ສຽວ​ກ່າງ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​​ມີ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍສາຍ​ພົວ​ພັນ​ສອງກອງ​ທັບ​ຈີນ-ລາວ​ ຕື່ມ​ອີກວ່າ : ປີ 2026 ເປັນ​ປີ​ທີ່​ຈີນ ແລະ ລາວ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 65 ປີ, ​ການ​ພົວ​ພັນ​ຈີນ-ລາວ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.
.
ພາຍ​ໃຕ້​ການ​​ຊີ້​ນຳນຳ​ພາ​ດ້ານ​ຍຸດ​ທະ​ສາດ​ຂອງ​ຜູ້​ນຳ​ສອງ​ພັກ​ສອງ​ລັດ, ​ການ​ນຳ​ຂັ້ນ​ສູງ​ຂອງສອງກອງ​ທັບ​ຈີນ-ລາວ​​ໄດ້​ມີ​ການ​ແລກ​ປ່ຽນກັນ​ຢ່າງ​ໃກ້​ຊິດ, ໄດ້​ຈັດ​ການ​ຊ້ອ​ມ​ຮົບ​ຮ່ວມ​ຕ່າງໆ ເຊັ່ນ : “​ໂລ້​ກຳ​ບັງ​ມິດ​ຕະ​ພາບ”, “​ລົດ​ໄຟ​ສັນ​ຕິ​ພາບ” ແລະ​ອື່ນໆ, ຈັດ​ກິດ​ຈະ​ກຳ​ຕ່າງໆ ເຊັ່ນ : ການ​ແລກ​ປ່ຽນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ດ້ານ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຕາມ​ຊາຍ​ແດນ, ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ນາຍ​ທະ​ຫານ​ໄວ​ກາງໄວ​ໜຸ່ມ ແລະ​ອື່ນໆ, ເຊິ່ງ​​ໄດ້ຊຸກ​ຍູ້​ໃຫ້​​ການ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ກ້າວ​ໄປ​ສູ່​ລວງ​ເລິກ ແລະ ໜັກ​ແໜ້ນກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ.
.
ຈີນ ແລະ ລາວ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ. ກອງ​ທັບ​ຈີນ​ຈະ​ຮ່ວມ​ກັບ​ຝ່າຍ​ລາວ, ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່ເປັນ​ເອ​ກະ​ພາບ​ກັນ​​ອັນ​ສຳ​ຄັນ​ຂອງ​ຜູ້​ນຳ​ສອງ​ພັກ​ສອງ​ລັດຢ່າງ​ຈິງ​ຈັງ, ສືບ​ທອດ ແລະ ​ສົ່ງເສີມ​​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ປະ​ສານ​ງານ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໃຫ້ກ້າວ​ໄປ​ສູ່​ເປົ້າ​ໝາຍ​ແຫ່ງ​ມາດ​ຕະ​ຖານ​ສູງ ຄຸນ​ນະ​ພາບ​ສູງ ແລະ ລະ​ດັບ​ສູງ​ຢ່າງ​ຕໍ່​ເນື່ອງ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ