ທ່ານ ປານມະໄລ ຫລວງສຸວັນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ສຳພາດວ່າ ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນປີ 2025 ຜ່ານມາ, ໂດຍອີງຕາມຕົວເລກທີ່ໄດ້ຮັບມອບໝາຍຈັດເກັບລາຍຮັບທັງໝົດ 2,712 ຕື້ກີບ, ແຕ່ຜ່ານການຈັດເກັບລາຍຮັບຕົວຈິງສາມາດປະຕິບັດໄດ້ທັງໝົດ 3,211 ຕື້ກວ່າກີບ ເທົ່າກັບ 118.41% ຂອງແຜນການປີ 499 ຕື້ກີບ, ຖ້າສົມທຽບໄລຍະດຽວກັນຂອງປີ 2024 ແມ່ນເພີ່ມຂຶ້ນ 29.30% ຫຼື ເທົ່າກັບ 727.6 ຕື້ກີບກີບ.
ໃນນັ້ນ, ມີລາຍຮັບຈາກທາງລົດໄຟ, ການແກ້ໄຂຄະດີຕ່າງໆທີ່ເກີດຂຶ້ນ,ຄ່າປັບໃໝພາຫະນະເຂົ້າທ່ອງທ່ຽວຢ້ຽມຢາມ ແລະ ພະຫະນະຂົນສົ່ງສິນຄ້າທີ່ກາຍກໍານົດ, ຄ່າປັບໃໝຕູ້ຂົນສົ່ງສິນຄ້າກາຍກຳນົດ ແລະ ອື່ນໆ.
ສ່ວນລາຍຮັບຕົ້ນຕໍໄດ້ຈາກສິນຄ້າສົ່ງອອກປະເພດເຄື່ອງປ່າຂອງດົງ, ສິນຄ້າສົ່ງອອກປະເພດແຮ່ທາດ, ສິນຄ້າປະເພດນໍ້າມັນເຊື້ອໄຟ, ນໍ້າມັນຫລໍ່ລື່ນ, ພາຫານະເປັນຄັນ, ພາຫານະເປັນຊິ້ນສ່ວນອາໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ອຸປະໂພກ-ບໍລິໂພກ ແລະ ຄັງແຮນໍ້າມັນເຊື້ອໄຟຈໍານວນໜຶ່ງ.
ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນປີ 2026 ຄະນະດ່ານໄດ້ມີມາດຕະການລວມ, ສຸມໃສ່ທ່າແຮງບົມຊ້ອນ, ຂຸດຄົ້ນແຫລ່ງລາຍຮັບໃໝ່, ກໍາຂັ້ນຕອນການແຈ້ງຖານຂໍ້ມູນລາຄາແຈ້ງພາສີໃຫ້ລະອຽດ, ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫລື ລື່ນແຜນການ.; ທີ່ມາ : ກະຊວງການເງິນ






