ສື່ຕ່າງປະເທດ ລາຍງານ ວ່າ : ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ລົງນາມໃນຖະແຫຼງການເພີ່ມອີກ 5 ປະເທດເຂົ້າໃນບັນຊີລາຍຊື່ຂອງປະເທດທີ່ຫ້າມພົນລະເມືອງ ເຂົ້າສະຫະລັດ, ຮ້ອຍເປີເຊັນ ຫຼື ບາງສ່ວນ. ສິ່ງນີ້ເຮັດໃຫ້ຈຳນວນທັງໝົດເປັນ 40 ປະເທດ.
ຫ້າປະເທດໃໝ່ທີ່ພົນລະເມືອງຖືກຫ້າມເຂົ້າສະຫະລັດ, ຮ້ອຍເປີເຊັນ ຫຼື ມີຂໍ້ຈຳກັດບາງສ່ວນບໍ່ໃຫ້ເຂົ້າສະຫະລັດ ຄື : ບູກິນາຟາໂຊ, ມາລີ, ໄນເຈີ, ຊູດານໃຕ້ ແລະ ຊີເຣຍ.
ນອກຈາກນັ້ນ, ສອງປະເທດທີ່ເຄີຍມີຂໍ້ຈຳກັດບາງສ່ວນບໍ່ໃຫ້ເຂົ້າສະຫະລັດ ຄື ເຊຍຣາລີໂອນ ແລະ ລາວ ໄດ້ຖືກຫ້າມເຂົ້າສະຫະລັດເປັນຮ້ອຍເປີເຊັນ ໃນປະກາດຖະແຫຼງການຄັ້ງນີ້. ຢ່າງໃດກໍຕາມ, ເວເນຊູເອລາ ເຊິ່ງປະຈຸບັນມີຂໍ້ຂັດແຍ່ງຢ່າງຮຸນແຮງກັບສະຫະລັດ ແລະ ສະຫະລັດເຄີຍໄດ້ຫ້າມການເດີນທາງບາງສ່ວນມາກ່ອນ, ຍັງຄົງບໍ່ປ່ຽນແປງ ແລະ ຍັງສືບຕໍ່ມີຂໍ້ຈຳກັດທີ່ຈຳກັດ.
ສິ່ງນີ້ເຮັດໃຫ້ຈຳນວນປະເທດທີ່ຖືກຫ້າມບໍ່ໄຫ້ເຂົ້າສະຫະລັດ, ຮ້ອຍເປີເຊັນ ໂດຍລັດຖະບານທ່ານທຣຳ ຈາກ 12 ເປັນ 20 ປະເທດ, ແລະ ຈຳນວນປະເທດທີ່ມີຂໍ້ຈຳກັດການເດີນທາງບາງສ່ວນ ຈາກ 7 ເປັນ 20 ປະເທດ, ລວມທັງໝົດເປັນ 40 ປະເທດ.




