ໃນມື້ນີ້ ວັນທີ 4 ກຸມພາ 2026 ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໂຮງງານບຳບັດນໍ້າເປື້ອນນະຄອນຫຼວງວຽງຈັນ ແລະ ລະບົບສາຍທໍ່ສົ່ງນໍ້າເປື້ອນ ທີ່ມີຄວາມສາມາດບຳບັດ 26.000 ແມັດກ້ອນ/ວັນ ແລະ ຮອງຮັບການຂະຫຍາຍໄດ້ເຖິງ 52.000 ແມັດກ້ອນ/ວັນ ດ້ວຍເຕັກໂນໂລຊີ MBBR ທັນສະໄໝ ຕາມມາດຕະຖານ EU.

ພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ Péter Szijjártó ລັດຖະມົນຕີການຕ່າງປະເທດ ແລະ ການຄ້າຮົງກາຣີ ແລະ ຄະນະຜູ້ແທນລະດັບສູງຈາກຫຼາຍພາກສ່ວນ.

ໂຄງການນີ້ໄດ້ຮັບທຶນກູ້ຢືມບໍ່ມີດອກເບ້ຍ ແຕ່ມີເງື່ອນໄຂ ຈາກລັດຖະບານ ແລະ ປະຊາຊົນຮົງກາຣີ ມູນຄ່າ 100 ລ້ານໂດລາສະຫະລັດ ເຊິ່ງເປັນອີກກ້າວສໍາຄັນໃນການພັດທະນາ ນວ ໃຫ້ເປັນເມືອງໜ້າຢູ່ ສີຂຽວ ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ







