ນັກທ່ອງທ່ຽວເຂົ້າມາທ່ຽວລາວ 4,5 ລ້ານກວ່າເທື່ອຄົນ ເກີນຄາດໝາຍ 5% ໃນປີ 2025.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະນໍາ​ກະຊວງ ​ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ແນວທາງ-ນະໂຍບາຍຂອງພັກ, ຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາກົດ ໝາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງລັດ ໃນແຕ່ລະໄລຍະດ້ວຍຫລາຍຮູບການ ເຮັດໃຫ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ:

1. ວຽກງານວັດທະນະທໍາ: ໄດ້ຊຸກຍູ້ທ້ອງຖິ່ນສ້າງຄອບຄົວວັດທະນະທໍາໄດ້ 20,861 ຄອບຄົວເທົ່າກັບ 80.23% ຂອງແຜນການປີ (ມະຕິສະພາ 26,000 ຄອບຄົວ); ສ້າງບ້ານວັດທະນະທໍາ 134 ບ້ານເທົ່າກັບ 89.33% ຂອງແຜນປີ (ມະຕິສະພາແຫ່ງຊາດ 150 ບ້ານ); ສ້າງບ້ານວັດທະນະທໍາຕົວແບບໄດ້ 1 ບ້ານໃນທົ່ວປະເທດ (ມະຕິສະພາ 2 ບ້ານ) ສາມາດປະຕິບັດໄດ້ 50%;

2. ວຽກງານທ່ອງທ່ຽວ: ໃນປີ 2025 ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຖິງ 4,580,709 ເທື່ອຄົນ ຫລື ລື່ນຄາດໝາຍ 5% (ຄາດໝາຍ: 4.36 ລ້ານເທື່ອຄົນ) ແລະ ນັກທ່ອງທ່ຽວພາຍໃນໄດ້ 4,617,987 ເທື່ອຄົນ ຫລື ລື່ນຄາດໝາຍ 87% (ຄາດໝາຍ 2.46 ລ້ານເທື່ອຄົນ),

– ໄດ້ສໍາເລັດການສໍາຫລວດ-ກໍານົດຂອບເຂດດິນແຫລ່ງທ່ອງທ່ຽວຈໍານວນ 8 ແຫ່ງ ເທົ່າກັບ 266% ຂອງແຜນການ (ຄາດໝາຍ: 3 ແຫ່ງ) ຄື: ແຂວງບໍລິຄໍາໄຊ 2 ແຫ່ງ, ຄຳມ່ວນ 1 ແຫ່ງ, ອັດຕະປື 1 ແຫ່ງ,​ ວຽງຈັນ 1 ແຫ່ງ ແລະ ແຂວງຊຽງຂວາງ 3 ແຫ່ງ.

ຕາມລາຍງານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສະຫລຸບວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງປີ 2026

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ