ກົມພັດທະນາການທ່ອງທ່ຽວໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີ 2025 ລາວໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 3.061.928 ຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ນັກທ່ອງທ່ຽວອາຊຽນຍັງຄົງເປັນກຸ່ມໃຫຍ່ທີ່ສຸດໂດຍໄທມີ 977.675 ຄົນ, ຮອງລົງມາແມ່ນຫວຽດນາມ ມີ 790.403 ຄົນ, ຈີນ 750.650 ຄົນ, ສ.ເກົາຫຼີ ມີ 127.379 ຄົນ, ອາເມລິກາ 49.934 ຄົນ.
ການທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ ຍັງຄົງເປັນຈຸດໝາຍປາຍທາງທີ່ນິຍົມຊົມຊອບທີ່ສຸດ ໂດຍມີນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ ດຶງດູດນັກທ່ອງທ່ຽວໄດ້ຫຼາຍທີ່ສຸດ.
ສະເພາະ 7 ເດືອນຕົ້ນປີ 2025 ແຂວງຫຼວງພະບາງ ມີນັກທ່ອງທ່ຽວ 2,15 ລ້ານຄົນ ເພີ່ມຂຶ້ນ 83,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ແຂວງຈຳປາສັກ ເຊິ່ງເປັນແຫຼ່ງທ່ອງທ່ຽວມໍລະດົກໂລກ ວັດພູ UNESCO ໄດ້ຕ້ອນຮັບນັກທ່ອງທ່ຽວ 426,126 ຄົນ ໃນໄລຍະດຽວກັນຂອງປີຜ່ານມາ.
ໃນປີ 2024 ປະເທດລາວມີນັກທ່ອງທ່ຽວ 4,1 ລ້ານຄົນ, ສ້າງລາຍຮັບໄດ້ 1,1 ຕື້ໂດລາສະຫະລັດ ແລະ ສູ້ຊົນໃຫ້ໄດ້ລື່ນຄາດໝາຍປີ 2025 ຢູ່ທີ່ 4,3 ລ້ານຄົນໃນທ້າຍປີ.