14.2 C
Laos
ວັນພະຫັດ,ມັງກອນ,29

ອັງກິດ ປະກາດຂຶ້ນຄ່າແຮງງານຂັ້ນຕ່ຳ ຮອບໃໝ່ອີກ 4,1% ເປັນ 12.71 ປອນຕໍ່ຊົ່ວໂມງ ມີຜົນໃນ ເດືອນເມສາ 2026

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ສຳນັກຂ່າວ ອິນໂຟເຄວສ, ລັດຖະບານ ອັງກິດ ຈະຂຶ້ນຄ່າແຮງງານຂັ້ນຕ່ຳ ຮອບໃໝ່ອອີກ 4.1% ເປັນ 12.71 ປອນຕໍ່ຊົ່ວໂມງ ນັບແຕ່ ເດືອນເມສາ 2026 ເປັນຕົ້ນໄປ ເພື່ອໃຫ້ສອດ ຄ່ອງ ກັບຄ່າແຮງງານ ສະເລ່ຍ ເຖິງວ່າ ຈະມີການຄັດຄ້ານ ຈາກນາຍຈ້າງ ບາງຄົນ ທີ່ກ່າວວ່າ ມັນອາດ ຈະເຮັດໃຫ້ ລາຄາສິນຄ້າ ແລະ ການບໍລິການສູງຂຶ້ນກໍ ຕາມ.

ຄ່າແຮງງານຂັ້ນຕ່ຳ ຂອງອັງກິດ ຍັງຄົງສູງ ເປັນອັນດັບສອງໃນເອີຣົບ ເມື່ອທຽບກັບ ຄ່າແຮງງານ ສະເລ່ຍ ແລະ ໄດ້ເພີ່ມຂຶ້ນຫລາຍກວ່າ 60% ນັບຕັ້ງແຕ່ປີ 2019 ຍ້ອນວ່າ ລັດຖະບານ ຫລາຍຊຸດ ພະຍາຍາມ ຊຸກຍູ້ໃຫ້ຄ່າແຮງງານ ຂັ້ນຕ່ຳບັນລຸ 2 ໃນ 3 ຂອງຄ່າແຮງງານສະເລ່ຍ ຕໍ່ຊົ່ວໂມງຂອງປະເທດ.

ການປັບຄ່າຈ້າງຂຶ້ນມີຂຶ້ນຕາມຫລັງ ການເພີ່ມຂຶ້ນ 6,7% ໃນໄລຍະຕົ້ນປີນີ້ຊຶ່ງມີຄວາມຈຳເປັນ ເພື່ອຮັບປະກັນວ່າ ຜູ້ອອກແຮງງານ ທີ່ມີລາຍໄດ້ຕໍ່າ ຈະໄດ້ຮັບຄ່າຕອບແທນ ຢ່າງເໝາະສົມກັບ ການອຸທິດຕົນ ເພື່ອວຽກງານ.

ມາດຕະການ ດັ່ງກ່າວ ຈະຊ່ວຍພີ່ມລາຍໄດ້ ໃຫ້ແກ່ ແຮງງານ ອາຍຸ 21ປີຂຶ້ນໄປ ປະມານ 2,4 ລ້ານຄົນ ສ່ວນແຮງງານ ຂັ້ນຕ່ຳກວ່າ 21ປີ ແລະ ຜູ້ຝືກງານ ປະມານ 300.000ຄົນ ຈະໄດ້ຮັບການປັບຂຶ້ນຄ່າຈ້າງໃນອັດຕາ 6%-8,5%.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ