ລັດຖະບານອິນໂດເນເຊຍ ປະກາດມາດຕະການໃໝ່ ກຽມຫ້າມເດັກທີ່ມີອາຍຸຕ່ຳກວ່າ 16 ປີ ນຳໃຊ້ແພລັດຟອມໂຊຊຽວມີເດຍ ໂດຍຈະເລີ່ມບັງຄັບໃຊ້ຕັ້ງແຕ່ວັນທີ 28 ມີນາ 2026 ເປັນຕົ້ນໄປ ເພື່ອປົກປ້ອງເຍົາວະຊົນຈາກໄພຄຸກຄາມບົນໂລກອອນລາຍ ເຊັ່ນ: ການກັ່ນແກ້ງທາງໄຊເບີ, ເນື້ອຫາລາມົກ, ການຕົວະຕົ້ມ ແລະ ການຕິດອິນເຕີເນັດ.
ລັດຖະມົນຕີວ່າການກະຊວງສື່ສານ ແລະ ດິຈິຕອນ ຂອງອິນໂດເນເຊຍ ລະບຸວ່າ ກົດລະບຽບດັ່ງກ່າວຈະຄອບຄຸມແພລັດຟອມທີ່ມີຄວາມສ່ຽງສູງ ເຊັ່ນ: YouTube, TikTok, Facebook, Instagram, Threads, X, Roblox ແລະ Bigo Live ໂດຍບັນຊີຜູ້ໃຊ້ທີ່ເປັນເດັກອາຍຸຕ່ຳກວ່າເກນ ຈະຖືກທະຍອຍປິດການໃຊ້ງານຕາມມາດຕະການໃໝ່ຂອງລັດ.
ລັດຖະບານອິນໂດເນເຊຍ ລະບຸວ່າ ມາດຕະການນີ້ເປັນສ່ວນໜຶ່ງຂອງການຮັບມືກັບ “ພາວະສຸກເສີນທາງດິຈິຕອນ” ທີ່ເດັກ ແລະ ເຍົາວະຊົນກຳລັງປະເຊີນຢູ່ໃນປັດຈຸບັນ ພ້ອມທັງຢ້ຳວ່າ ການຄວບຄຸມດັ່ງກ່າວຈະຊ່ວຍໃຫ້ຜູ້ປົກຄອງບໍ່ຕ້ອງຕໍ່ສູ້ກັບ ອັນກໍຣິທຶມ (Algorithm) ຂອງແພລັດຟອມຍັກໃຫຍ່ພຽງລຳພັງ.
ທັງນີ້, ອິນໂດເນເຊຍ ຈະກາຍເປັນປະເທດທຳອິດໃນອາຊີຕາເວັນອອກສ່ຽງໃຕ້ ທີ່ມີການໃຊ້ມາດຕະການຈຳກັດການເຂົ້າເຖິງໂຊຊຽວມີເດຍສຳລັບເດັກຕ່ຳກວ່າ 16 ປີ ໃນຂະນະທີ່ຫຼາຍປະເທດທົ່ວໂລກ ເຊັ່ນ: ອົດສະຕຣາລີ, ຝຣັ່ງ ແລະ ແອດສະປາຍ ກໍກຳລັງພິຈາລະນາກົດໝາຍໃນລັກສະນະດຽວກັນ ເພື່ອຫຼຸດຜ່ອນຜົນກະທົບຂອງໂຊຊຽວມີເດຍຕໍ່ເດັກ ແລະ ໄວລຸ້ນ.






