ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ 5 ປີ ສະເລ່ຍຢູ່ໃນລະດັບ 4.24%, ລະດົມທຶນຮອນທົ່ວສັງຄົມໄດ້ 342,406 ຕື້ກີບ ການສົ່ງອອກຜົນຜະລິດກະສິກໍາ ໄດ້ 7,890 ລ້ານໂດລາ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 10 ພະຈິກ 2025 ວ່າ : ພາຍຫຼັງການລະບາດຂອງພະຍາດໂຄວິດ 19 ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ.
ເປັນຕົ້ນການຊຸກຍູ້ການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການຈັດຕັ້ງ ປະຕິບັດໂຄງການທົດລອງແຮ່ທາດ ລວມທັງ ໂຄງການຂະຫນາດໃຫຍ່ຈໍານວນໜຶ່ງ ແລະ ການຊຸກຍູ້ ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ການສະຫນອງສິນເຊື່ອເພື່ອຟື້ນຟູເສດຖະກິດ ແລະ ອື່ນໆຈຶ່ງ ເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ ສະເລ່ຍ 5 ປີ ຢູ່ໃນລະດັບ 4.24% ສຳລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
– ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 2.9% ກວມເອົາ 19.4% ຂອງ GDP (ແຜນການ 5 ປີ:ຂະຫຍາຍຕົວ 2.5% ແລະ ກວມເອົາ 15.3% ຂອງ GDP).
– ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4.7% ກວມເອົາ 32.5% ຂອງ GDP (ແຜນການ 5 ປີຂະຫຍາຍຕົວ 4.1% ແລະ ກວມເອົາ 32.3% ຂອງ GDP)
– ຂະແໜງບໍລິການຂະຫຍາຍຕົວສະເລ່ຍ 4.5% ກວມເອົາ 36.6% ຂອງ GDP (ແຜນການ 5 ປີຂະຫຍາຍຕົວ 6% ແລະ ກວມເອົາ 41.3% ຂອງ GDP)
-ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ ສະເລ່ຍ 3.8% ກວມເອົາ 11.5% ຂອງ GDP (ແຜນການ 5 ປີ ຂະຫຍາຍຕົວ 5.8% ແລະ ກວມເອົາ 11.7% ຂອງ GDP).
ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ແມ່ນມາຈາກການຜະລິດສະບຽງອາຫານເພື່ອບໍລິໂພກພາຍ ໃນ ແລະ ສົ່ງອອກຈໍານວນໜຶ່ງ, ການຜະລິດຂອງຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສະຫະກໍາປຸງແຕ່ງ ແລະ ການຂົນສົ່ງ.
ເຖິງແນວໃດກໍ່ຕາມ ເຫັນວ່າ ຂະແໜງບໍລິການ ແລະ ພາສີ-ອາກອນຜະລິດຕະພັນສຸດທິ ມີທ່າອ່ຽງອາດບໍ່ບັນລຸຕາມຄາດຫມາຍ ຍ້ອນໄດ້ຮັບຜົນກະທົບຈາກສະພາບອາກາດທີ່ບໍ່ເອື້ອອໍານວຍ, ໄພທໍາມະຊາດ, ການລະບາດຂອງພະຍາດໂຄວິດ 19 ເຊິ່ງໄດ້ສົ່ງຜົນກະທົບທົ່ວສັງຄົມ ໂດຍສະເພາະ ພາກທຸລະກິດທີ່ ເຮັດໃຫ້ບໍ່ສາມາດດໍາເນີນການເຄື່ອນໄຫວໄດ້ຢ່າງເປັນປົກກະ ຕິ.
ພ້ອມນີ້ ຍັງມີປັດໄຈພາຍນອກຈໍານວນໜຶ່ງທີ່ສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດລາວ ເປັນຕົ້ນ ຄວາມຜັນຜວນຂອງສະພາບການຢູ່ ພາກພື້ນ ແລະ ສາກົນ, ການຟື້ນຕົວເສດຖະກິດຂອງບາງປະເທດໃນພາກພື້ນ ຫຼຸດຄາດໝາຍທີ່ກໍານົດໄວ້, ການປັບ ນະໂຍບາຍແຮງງານຂອງປະເທດເພື່ອນບ້ານ ແລະ ຄວາມກົດດັນດ້ານເງິນຕາເຮັດໃຫ້ແຮງງານລາວຫຼັ່ງໄຫຼ ອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ.
ໃນ 5 ປີ ສາມາດລະດົມທຶນຮອນທົ່ວສັງຄົມໄດ້ 342,406 ຕື້ກີບ ເທົ່າກັບ 167% ຂອງແຜນການ 5 ປີ.ໃນນີ້ການລົງທຶນຈາກງົບປະມານພາຍໃນ ປະຕິບັດໄດ້ 22,080 ຕື້ ກີບ ເທົ່າກັບ 96% ຂອງແຜນການ 5 ປີ.
ສະເພາະ 10 ເດືອນ ປີ 2025 ບັນລຸໄດ້ 3,924 ຕື້ກີບ ເທົ່າກັບ 57% ຂອງແຜນການປີ ; ການລົງທຶນຈາກ ODA ປະຕິບັດໄດ້ 54,493 ຕື້ກີບ ເທົ່າກັບ 146% ຂອງແຜນການ 5ປີ ສະເພາະປີ 2025 ປະຕິບັດໄດ້ 7,092ຕື້ກີບ ເທົ່າກັບ 38.77% ຂອງແຜນການປີ;
ການລົງທຶນຈາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ປະຕິບັດໄດ້ 266,494 ຕື້ກີບ ເທົ່າກັບ 266% ຂອງແຜນການ 5 ປີ, ສະເພາະ 9 ເດືອນປີ 2025 ໄດ້ອະນຸມັດການລົງທຶນ ມີມູນຄ່າທັງຫມົດ 5,183 ລ້ານກວ່າໂດລາ ສະຫະລັດ ເຊິ່ງເຫັນວ່າມີທ່າອ່ຽງເພີ່ມຂຶ້ນ.
ການສົ່ງອອກຜົນຜະລິດກະສິກໍາ ໃນ 5 ປີ ປະຕິບັດໄດ້ 7,890 ລ້ານໂດລາ ຫຼື ສະເລ່ຍເທົ່າກັບ 1,578 ລ້ານ ໂດລາຕໍ່ປີ ບັນລຸລື່ນແຜນການ 31.49% (ແຜນການ 5 ປີ1,200 ລ້ານໂດລາສະຫະລັດຕໍ່ປີ.
ສະເພາະ 10 ເດືອນ ປີ 2025 ປະຕິບັດໄດ້ ໄດ້ 1,507 ລ້ານໂດລາສະຫະລັດ ລື່ນແຜນການ 0.51% (ແຜນການຕາມສະພາຮັບຮອງ 1,500 ລ້ານໂດລາສະຫະລັດ).ໃນນີ້ການສົ່ງອອກພືດ ແລະ ຜະລິດຕະພັນພືດ ມີມູນຄ່າຫຼາຍກວ່າຫມູ່ ປະມານ 1,204ລ້ານກວ່າໂດລາສະຫະລັດ ລື່ນແຜນການ 9.47% (ແຜນການ 1,100 ລ້ານໂດລາສະຫະລັດ.




