ກຸ່ມແກ້ງສະແກຣມເມີ ຫຼອກລວງທາງອິນເຕີເນັດ ເຊິ່ງເປັນອາຊະຍາກຳຂ້າມຊາດ ທີ່ເປັນບັນຫາພົ້ນເດັ່ນຂອງສັງຄົມ ໃຊ້ສື່ສັງຄົມອອນລາຍທຸກຮູບແບບ ເພື່ອສໍ້ໂກງຊັບ, ຕົວະເອົາເງິນສົດ ແລະ ໂອນເອົາເງິນອອກຈາກບັນຊີຂອງຜູ້ຖືກເສຍຫາຍໄປຢ່າງງ່າຍດາຍ ດ້ວຍວິທີການຕ່າງໆທີ່ຄົນບໍ່ດີນໍາໃຊ້ ເຊັ່ນ : ການປອມແປງເຟສບຸກ, ດ້ວຍການຕັ້ງຊື່ ແລະ ເອົາຮູບຂອງທ່ານ ຫຼື ຜູ້ທີ່ທ່ານຮູ້ຈັກ ມາຕັ້ງເປັນຮູບໂປຼຟາຍ ໃນເຟສບຸກ ແລ້ວສົ່ງຂໍ້ຄວາມໄປຫາເພື່ອນ, ລູກຫຼານ, ຍາດພີ່ນ້ອງຂອງທ່ານເພື່ອຂໍຢືມເງິນ;.
ການໂຄສະນາແລກປ່ຽນເງິນຕາຕ່າງປະເທດ ດ້ວຍວິທີການໃຫ້ອັດຕາດອກເບ້ຍສູງ ແລະ ໂຄສະນາວ່າຮູ້ ຜົນຫວຍອອກຂອງເລກ 6 ໂຕ; ໂຄສະນາຂາຍສິນຄ້າປະເພດຕ່າງໆ ແຕ່ໃຫ້ໂອນເງິນໄປມັດຈໍາກ່ອນ; ການໂຄສະນາຊັກຊວນເຂົ້າຫວຍທາງອອນລາຍ, ການຮັບຝາກເງິນສົດໃຫ້ດອກເບ້ຍສູງ ແລະ ປ່ອຍເງິນ ກູ້ອັດຕາດອກເບ້ຍຕໍ່າ ເພື່ອດຶງດູດຄວາມສົນໃຈ;
ສ້າງຄວາມສໍາພັນໂດຍຕິດຕໍ່ມາຫາທ່ານເພື່ອສ້າງຄວາມຮັກແພງ ແລະ ບາງກໍລະນີ ຜູ້ກະທຳຜິດໄດ້ນຳໃຊ້ປັນຍາປະດິດ (AI) ປອມແປງໃບໜ້າ ແລະ ສຽງຂອງຄົນທີ່ທ່ານຮູ້ຈັກ ໂທມາຫາເພື່ອຕົວະຍົວະຫຼອກລວງເອົາເງິນຂອງທ່ານ; ໂຄສະນາຊັກຊວນໃຫ້ລົງທຶນ ໂດຍມີຄ່າຕອບແທນສູງ; ຈ້າງໃຫ້ເປີດບັນຊີ ຫຼື ຊື້ເອົາບັນຊີ ເພື່ອໄປເຄື່ອນໄຫວກໍ່ອາຊະຍາກຳ; ໂຄສະນາຂູດຫວຍອອນລາຍທີ່ມີເງິນລາງວັນສູງ.
ນອກນັ້ນ, ຍັງມີກຸ່ມຄົນແອບອ້າງເປັນພະນັກງານບໍລິສັດໃດໜຶ່ງ ໂທຫາທ່ານ ແລ້ວບອກວ່າ: ຖືກລາງວັນເງິນສົດ ສາມາດປ່ຽນເປັນປີ້ຍົນໄປທ່ຽວຕ່າງປະເທດ ຫຼື ແຈ້ງວ່າຈະລົງມາປ່ຽນກົງເຕີ ໄຟຟ້າ ແລະ ກົງເຕີນໍ້າປະປາໃຫ້ໃໝ່ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍລົງ, ເບີໂທລະສັບທີ່ທ່ານນໍາໃຊ້ໝົດກຳນົດ ໃຫ້ເຂົ້າໄປລົງທະບຽນໃໝ່, ບັນຊີທະນາຄານທ່ານ ຖຶກລ໋ອກ ບັນດາວິທີການເຫຼົ່ານີ້ ຈະບອກໃຫ້ທ່ານກົດລິ້ງທີ່ເຂົາສົ່ງໃຫ້ ເພື່ອລົງທະບຽນຢັ້ງຢືນຕົວຕົນ, ຫຼັງຈາກ ປະຕິບັດຕາມເຂົາແນະນໍາແລ້ວເງິນໃນບັນຊີຂອງທ່ານຈະຖືກໂອນເອົາອອກໄປຫາບັນຊີອື່ນໂດຍທີ່ທ່ານບໍ່ຮູ້ສຶກຕົວ.
ຕໍ່ກັບບັນຫາດັ່ງກ່າວນັ້ນ, ຜ່ານມາ ກົມໃຫຍ່ຕຳຫຼວດ ແມ່ນໄດ້ເອົາໃຈໃສ່ໃນການສະກັດກັ້ນ ແລະ ແກ້ໄຂຢ່າງເຂັ້ມງວດ ໂດຍໄດ້ປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມ, ກວດກາ ຂຶ້ນບັນຊີເປົ້າໝາຍ ແລະ ສາມາດແກ້ໄຂຄະດີສໍ້ໂກງທາງອອນລາຍໄດ້ຫຼາຍຄະດີ, ໃນນີ້ມີທັງຄົນລາວ ແລະ ຕ່າງປະເທດ.
ພ້ອມນັ້ນ, ກົມໃຫຍ່ຕຳຫຼວດ ກໍໄດ້ອອກແຈ້ງການເຖິງປະຊາຊົນລາວໃນຂອບເຂດທົ່ວປະເທດ ຍົກສູງສະຕິລະວັງຕົວ ເພື່ອປ້ອງກັນບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື້ອຂອງກຸ່ມແກ້ງຫຼອກລວງທາງອິນເຕີເນັດ ແລະ ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ.






