Bloomberg ລາຍງານ ລັດຖະບານຈີນ ໄດ້ປະກາດຍົກເລີກມາດຕະການຫລຸດຜ່ອນພາສີສຳລັບ ຄຳ ທີ່ມີມາດົນນານ, ຖືເປັນຈຸດປ່ຽນໃນຕະຫລາດຄຳໂລກ ທີ່ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພະຈິກ ເປັນຕົ້ນໄປ.
ໂດຍຈະ ບໍ່ອະນຸຍາດ ໃຫ້ຜູ້ຄ້າຂາຍຍ່ອຍ ຫັກພາສີມູນຄ່າເພີ່ມ (VAT) ທີ່ຈ່າຍໃນການຊື້ຄຳໃນຕະຫລາດ Shanghai Gold Exchange ນຳມາຫັກອອກເມື່ອຂາຍຕໍ່ ບໍ່ວ່າຈະເປັນການຂາຍຍ່ອຍ ຫລື ຂາຍເພື່ອນໍາໄປແປຮູບ.
ມາດຕະການດັ່ງກ່າວແມ່ນເປັນໄປຕາມກົດໝາຍສະບັບໃໝ່ຂອງ ກະຊວງການເງິນແຫ່ງສາທາລະນະລັດປະຊາຊົນຈີນ ເຊິ່ງຄອບຄຸມທັງຄຳເພື່ອການລົງທຶນ ແລະ ຄຳເພື່ອການໃຊ້ງານທົ່ວໄປ.
ນັກວິເຄາະຄາດວ່າ ເຖິງແມ່ນມາດຕະການນີ້ຈະສົ່ງຜົນໃຫ້ ຕົ້ນທຶນການຊື້ຄໍາຂອງຜູ້ບໍລິໂພກຈີນເພີ່ມຂຶ້ນ, ແຕ່ປັດໄຈສະໜັບສະໜູນທອງຄຳທົ່ວໂລກຍັງຄົງມີຢູ່
ປັດໄຈເຫລົ່ານັ້ນລວມເຖີງ ການຊື້ທອງໂດຍທະນາຄານກາງຫລາຍປະເທດ, ການຫລຸດອັດຕາດອກເບ້ຍຂອງສະຫະລັດ ແລະ ຄວາມບໍ່ແນ່ນອນທາງດ້ານເສດຖະກິດ-ພູມສາດການເມືອງ.
ປັດຈຸບັນ ລາຄາທອງຄຳຍັງຄົງຕົວຢູ່ໃກ້ຄຽງລະດັບ 4,000 ໂດລາສະຫະລັດຕໍ່ອອນສ໌ ແລະ ມີຜູ້ຊ່ຽວຊານຈຳນວນຫລາຍຄາດຄະເນວ່າ ລາຄາຄຳອາດຈະ “ແຕະໃກ້ 5,000 ໂດລາ/ອອນສ໌” ໃນປີໜ້າ.
ສະຫລຸບແລ້ວ ການຍົກເລີກຫັກ VAT ຂອງຈີນອາດເຮັດໃຫ້ຕົ້ນທຶນຂອງຄຳໃນຈີນສູງຂຶ້ນ ແລະ ສົ່ງຜົນຕໍ່ໂຄງສ້າງຕະຫລາດຄຳໂລກ, ໃນຂະນະທີ່ຄຳຍັງຖືວ່າເປັນຊັບສິນທີ່ປອດໄພໃນສາຍຕານັກລົງທຶນ ເຊິ່ງອາດຈະສົ່ງຜົນໃຫ້ລາຄາຄໍາຂຶ້ນໄດ້ໃນໄລຍະຍາວ.
ແຫລ່ງອ້າງອີງ : ກະຊວງການເງິນຂອງຈີນ (Ministry of Finance of China), Bloomberg, bangkokbiznews




