ຕາມການລາຍງານຂ່າວຂອງສື່ຈີນໄຫ້ຮູ້ວ່າ, ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍສະເໜີວ່າ ຈະເປີດກວ້າງການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ.
.
ຕອນບ່າຍວັນທີ 16 ມັງກອນນີ້, ທ່ານພັນເອກພິເສດ ຈ່າງສຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ມີຄວາມເຫັນກ່ຽວກັບການຊຸກຍູ້ການຂະຫຍາຍສາຍພົວພັນສອງກອງທັບຈີນ-ລາວ ຕື່ມອີກວ່າ : ປີ 2026 ເປັນປີທີ່ຈີນ ແລະ ລາວສ້າງສາຍພົວພັນທາງການທູດຄົບຮອບ 65 ປີ, ການພົວພັນຈີນ-ລາວໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ.
.
ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງຜູ້ນຳສອງພັກສອງລັດ, ການນຳຂັ້ນສູງຂອງສອງກອງທັບຈີນ-ລາວໄດ້ມີການແລກປ່ຽນກັນຢ່າງໃກ້ຊິດ, ໄດ້ຈັດການຊ້ອມຮົບຮ່ວມຕ່າງໆ ເຊັ່ນ : “ໂລ້ກຳບັງມິດຕະພາບ”, “ລົດໄຟສັນຕິພາບ” ແລະອື່ນໆ, ຈັດກິດຈະກຳຕ່າງໆ ເຊັ່ນ : ການແລກປ່ຽນໄມຕີຈິດມິດຕະພາບດ້ານວຽກງານປ້ອງກັນປະເທດຕາມຊາຍແດນ, ການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງນາຍທະຫານໄວກາງໄວໜຸ່ມ ແລະອື່ນໆ, ເຊິ່ງໄດ້ຊຸກຍູ້ໃຫ້ການພົວພັນລະຫວ່າງສອງກອງທັບກ້າວໄປສູ່ລວງເລິກ ແລະ ໜັກແໜ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ.
.
ຈີນ ແລະ ລາວເປັນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ມີພູຜາແມ່ນ້ຳຕິດຈອດກັນ. ກອງທັບຈີນຈະຮ່ວມກັບຝ່າຍລາວ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສອງພັກສອງລັດຢ່າງຈິງຈັງ, ສືບທອດ ແລະ ສົ່ງເສີມມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີການແລກປ່ຽນ ແລະ ການປະສານງານດ້ານຍຸດທະສາດ, ລົງເລິກການຮ່ວມມືດ້ານວຽກງານປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ກ້າວໄປສູ່ເປົ້າໝາຍແຫ່ງມາດຕະຖານສູງ ຄຸນນະພາບສູງ ແລະ ລະດັບສູງຢ່າງຕໍ່ເນື່ອງ, ປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ກໍຄືຂອງໂລກ.




