14.2 C
Laos
ວັນພະຫັດ,ມັງກອນ,29

ຈີນ “ເມືອງເຫວີນຊ່ານ” ຈັດງານເທດສະການ ຊ່ານຊີ ຄັ້ງທີ 11

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ເມືອງເຫີວນຊ່ານ ເຂດປົກຄອງຕົນເອງ ທີ່ຂຶ້ນກັບນະຄອນຄຸນໝິງ ມົນທົນຢຸນນານ ຈັດງານເທດສະການ ເຫວີນຊ່ານ ຊ່ານຊີ ຂຶ້ນໃນຄືນວັນທີ 7 ພະຈິກນີ້ 2025.
ໂດຍໃຫ້ກຽດກ່າວເປີດງານຂອງທ່ານ ມ່າຈົງຈຸ້ນ ຮອງເລຂາທິການພັກຄອມມຸນິດ ຄະນະກຳມະການເມືອງເຫວີນຊ່ານ ແລະ ຜູ້ວ່າການລັດຖະບານປະຊາຊົນເມືອງເຫວິນຊ່ານ ພ້ອມນັ້ນຍັງມີຫົວໜ້າ ແລະ ຮອງກົມກົງສູນບັນດາປະເທດອາຊຽນປະຈຳຄຸນໝິງ ພາກສ່ວນ ສປປລາວ ແມ່ນທ່ານ ໂພທອງ ພົງພູທອນ ຮອງກົງສູນໃຫຍ່ ປະຈຳຄຸນໝິງ ພ້ອມດ້ວຍແຂກທີ່ສຳຄັນເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານນີ້ຂຶ້ນເພື່ອສົ່ງເສີມການຮ່ວມມືໄມຕີຈິດມິດຕະພາບລະຫວ່າງຈີນ ແລະ ຫວຽດນາມ(ແຂວງລາວກາຍ) ສົ່ງເສີມການຜະລິດ ແລະ ການຄ້າຂອງພືດ ຊ່ານຊີ “ໂສມປ່າ” ຊຶ່ງເປັນພືດສະໝຸນໄພທີ່ມີຊື່ສຽງ ແລະ ເປັນຜະລິດຕະພັນຫຼັກໃນເຂດ ເຫວີນຊ່ານ.

ເພື່ອປະຊາສຳພັນດ້ານວັດທະນະທຳທ້ອງຖິ່ນແລະການທ່ອງທ່ຽວ ດຶງດູດໄໃຫ້ນັກທ່ອງທ່ຽວມາທ່ຽວເຂດເຫວີນຊ່ານ, ເປັນເວທີແລກປ່ຽນທາງວິຊາການ ແລະ ເສດຖະກິດ ລະຫວ່າງ ຜູ້ຜະລິດ, ນັກຄົ້ນຄວ້າ ແລະ ນັກທຸລະກິດ ແລະ ເພື່ອສືບສານປະເພນີອັນເປັນເອກະລັກຂອງຊົນເຜົ່າໃນເຂດເຫວີນຊ່ານ.

ໃນງານດັ່ງກ່າວໄດ້ມີການສະແດງວັດທະນະທຳຊົນເຜົ່າທ້ອງຖິ່ນເຊັ່ນ; ການຮ້ອງເພງ, ການຟ້ອນ,ການສະແດງຊຸດຊົນເຜົ່າ ແລະ ວິຖີຊີວິດຂອງຊົນເຜົ່າ ແລະ ຄວາມສຳຄັນທາງດ້ານສັບພະຄຸນຕ່າງໆຂອງພືດດັ່ງກ່າວອີກດ້ວຍ.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ