ປະຊາຊົນນັບລ້ານຄົນໃນຫລາຍເມືອງທົ່ວສະຫະລັດອາເມລິກາ ອອກມາເດີນຂະບວນຊຸມນຸມພາຍໃຕ້ຂະບວນການ “No Kings (ບໍ່ເອົາກະສັດ) ” ເພື່ອຕໍ່ຕ້ານການບໍລິຫານງານຂອງປະທານາທິບໍດີ ໂດນັລ ທຣໍາ ໂດຍສະເພາະປະເດັນສົງຄາມໃນອີຣານ, ການກວາດລ້າງຜູ້ອົບພະຍົບ ແລະ ຄ່າຄອງຊີບທີ່ພຸ່ງສູງ ຕາມການລາຍງານຂ່າວຂອງສື່ຕ່າງປະເທດໃວັນທີ 29 ມີນາ 2026 .
ບັນຍາກາດໃນນະຄອນຫລວງ ວໍຊິງຕັນ ດີຊີ ອັດແໜ້ນໄປດ້ວຍຜູ້ຊຸມນຸມຈຳນວນມະຫາສານ ທີ່ລວມຕົວກັນຢູ່ບໍລິເວນສະຖານທີ່ສໍາຄັນ ພ້ອມທັງມີການຈູດຫຸ່ນຈຳລອງຂອງ ທ່ານ ທຣຳ ແລະ ຮອງປະທານາທິບໍດີ ເຈດີ ແວນຊ໌ (JD Vance) ເພື່ອຮຽກຮ້ອງໃຫ້ມີການຖອດຖອນ ແລະ ດຳເນີນຄະດີທາງກົດໝາຍ.

ຂະນະທີ່ລັດມິນນິໂຊຕາ ໄດ້ກາຍເປັນຈຸດຊຸມນຸມທີ່ສຳຄັນ ພາຍຫລັງເກີດເຫດເຈົ້າໜ້າທີ່ກວດຄົນເຂົ້າເມືອງຍິງພົນລະເມືອງເສຍຊີວິດ 2 ຄົນ. ນອກຈາກນີ້, ຍັງມີສິລະປິນຊື່ດັງຂຶ້ນເວທີຮ່ວມສະແດງອອກທາງສັນຍະລັກໃນຄັ້ງນີ້ດ້ວຍ ແລະ ບາງເຂດຕ້ອງໄດ້ປິດຖະໜົນເພື່ອຮອງຮັບຝູງຊົນຈຳນວນຫລາຍ.
ທາງດ້ານທຳນຽບຂາວ ໄດ້ອອກມາຕອບໂຕ້ວ່າ ການປະທ້ວງດັ່ງກ່າວເປັນພຽງ “ກຸ່ມບຳບັດອາການຕໍ່ຕ້ານທຣຳ”. ຂະນະທີ່ທ່ານ ທຣຳ ຢືນຢັນວ່າຕົນເອງບໍ່ໄດ້ປົກຄອງແບບຜະເດັດການ ແລະ ສິ່ງທີ່ກຳລັງເຮັດແມ່ນມີເປົ້າໝາຍເພື່ອຟື້ນຟູປະເທດຊາດໃຫ້ກັບຄືນມາເຂັ້ມແຂງອີກຄັ້ງ.
ການຊຸມນຸມໃນຄັ້ງນີ້ ຍັງໄດ້ຂະຫຍາຍຕົວໄປສູ່ເມືອງນ້ອຍ ແລະ ຕ່າງປະເທດ ເຊັ່ນ: ປາຣີ, ລອນດອນ ແລະ ລິສບອນ ເຊິ່ງສະທ້ອນໃຫ້ເຫັນເຖິງກະແສການຕໍ່ຕ້ານທີ່ກຳລັງລຸກລາມເປັນວົງກວ້າງ.






