ຕວັກກີ ສະໜັບສະໜູນອຸປະກອນການແພດ ມູນຄ່າ 35,120 ໂດລາ ໃຫ້ໂຮງໝໍແຂວງສາລະວັນ.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ໜັງສືພິມສາລະວັນ ລາຍງານ ວັນທີ 12 ກຸມພາ 2025 ໂຮງໝໍແຂວງສາລະວັນ ໄດ້ຈັດພິທີມອບ–ຮັບ ການສະໜັບສະໜູນອຸປະກອນການແພດສຳລັບເດັກເກີດໃໝ່ ໂດຍອົງການຮ່ວມມື ແລະ ປະສານງານຂອງຕວັກກີ (TIKA ) (ໂຄງການ TIKA ແມ່ນອົງການພາຍໃຕ້ລັດຖະບານ ຕວັກກີ) ເພື່ອມອບໃຫ້ແກ່ໂຮງໝໍແຂວງສາລະວັນ ສປປ ລາວ.

ຕາງໜ້າລັດຖະບານ ລາວ ໂດຍ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແຫວນເພັດ ລັດດາວົງ ຮອງຄະນະກຳມະການປົກຄອງແຂວງສາລະວັນ, ຕາງໜ້າລັດຖະບານ ຕວັກກີ ມອບໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງທັງສອງ ເຂົ້າຮ່ວມ.

ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບພາລະບົດບາດ ແລະ ການເຄື່ອນດຳເນີນງານຂອງໂຮງໝໍແຂວງສາລະວັນ; ໂຮງໝໍແຫ່ງນີ້, ມີຈຳນວນຕຽງຕາມແຜນ 100 ຕຽງ; ສຳລັບໜ່ວຍງານເດັກນ້ອຍ ມີຄົນເຈັບກວດເຂດນອກກວ່າ 20,000 ຄົນຕໍ່ປີ ແລະ ຄົນເຈັບນອນໂຮງໝໍກວ່າ 2,000 ຄົນ. ໃນນັ້ນ, ເປັນເດັກກວ່າ 2,000 ຄົນ; ມີເດັກຂາດສານອາຫານ 136 ຄົນ ແລະ ເດັກອາຍຸຕໍ່າກວ່າ 1 ເດືອນ 291 ຄົນ ທີ່ເຂົ້າຮັບການດູແລຮັກສາ.

ອຸປະກອນທີ່ມອບໃນຄັ້ງນີ້, ມີທັງໝົດ 14 ລາຍການ ມູນຄ່າລວມ 35,120 ໂດລາ ປະກອບມີ: ເຄື່ອງອົບເດັກເກີດໃໝ່ລະບົບແສງ 2 ຊຸດ, ເຄື່ອງຊ່ວຍຕິດຕາມ ແລະ ຄວບຄຸມການຫາຍໃຈເດັກເກີດໃໝ່ 1 ຊຸດ; ເຄື່ອງສູດດົມຮົມຢາ ລຸ້ນ 602C, ເຄື່ອງວັດອຸນຫະພູມ, ເຄື່ອງວັດອົກຊີເຈນໃນເລືອດ, ເຄື່ອງຊ່ວຍເປີດທາງຫາຍໃຈ ແລະ ຊຸດທໍ່ລະບົບ, ເຕົາອົບອັດຕະໂນມັດ, ເຄື່ອງດູດຂີ້ສະເຫລດລະບົບໄຟຟ້າ ແລະ ແບັດເຕີຣີ, ເຄື່ອງປໍາສີດນ້ຳຢາ ລຸ້ນ HF-710, ເຄື່ອງຕິດຕາມອາການເດັກໃນຫ້ອງຟື້ນຟູຊີບ, ເຄື່ອງວັດຄ່າບີລີລູບິນແບບພົກພາ, ຫຸ່ນຢາງຝຶກປະຕິບັດ, ຖົງຜ້າເປ້ ແລະ ເຈັ່ຍເດັກນ້ອຍ.

ການສະໜັບສະໜູນຄັ້ງນີ້, ເປັນຂີດໝາຍສຳຄັນ ໃນການຍົກສູງຄຸນນະພາບການດູແລແມ່-ເດັກ ຂອງໂຮງໝໍແຂວງສາລະວັນ ໃຫ້ມີຄວາມພ້ອມ ທັນສະໄໝ ແລະ ສາມາດຮອງຮັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ.

ພ້ອມທັງ ສະແດງເຖິງມິດຕະພາບ ແລະ ຄວາມຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຕວັກກີ ໃນການເສີມຂະຫຍາຍຄວາມຮ່ວມມືດ້ານສາທາລະນະສຸກ ລະຫວ່າງສອງປະເທດ ແລະ ສະແດງເຖິງຄວາມເອົາໃສ່ໃຈຕໍ່ວຽກງານອະນາໄມແມ່-ເດັກ ໂດຍສະເພາະການດູແລເດັກເກີດໃໝ່ ໃນໄລຍະວິກິດ ໃຫ້ມີເປີເຊັນລອດຊີວິດເພີ່ມຂຶ້ນ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ