14.2 C
Laos
ວັນພະຫັດ,ມັງກອນ,29

“ທຫລ” ທະນາຄານແຫ່ງ ສປປ ລາວ ຕັ້ງເປົ້າ ຄຸມອັດຕາເງິນເຟີ້ໃຫ້ຢູ່ທີ່ 5% ໃນປີຫນ້າ 2026

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ທຫລ ( ທະນາຄານແຫ່ງ ສປປ ລາວ ) ໄດ້ເປີດເຜີຍທິດທາງແຜນເງິນຕາປີ 2026 ຕໍ່ກອງປະຊຸມສະພາແຫ່ງຊາດ ໂດຍກຳນົດເປົ້າໝາຍຫຼັກໃນການຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 5% (ເໜັງຕີງບວກ-ລົບ 2%) ພ້ອມກັບມາດຕະການຮັກສາສະຖຽນລະພາບທາງດ້ານເງິນຕາຢ່າງຮອບດ້ານ.
.
ບົດລາຍງານທີ່ນຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ລະຫວ່າງວັນທີ 10-21 ພະຈິກ 2025 ໄດ້ສະແດງໃຫ້ເຫັນຜົນສຳເລັດທີ່ໂດດເດັ່ນ ໂດຍອັດຕາເງິນເຟີ້ສະເລ່ຍ 10 ເດືອນຂອງປີ 2025 ຢູ່ໃນລະດັບ 8.3% ແລະ ປັບຕົວຫຼຸດລົງຢ່າງຕໍ່ເນື່ອງຈົນມາຢູ່ທີ່ 4.0% ໃນເດືອນຕຸລາ.
.
ທ່ານ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ ໄດ້ກ່າວວ່າ ຜົນສຳເລັດດັ່ງກ່າວເກີດຈາກການປະຕິບັດນະໂຍບາຍເງິນຕາແບບປະສົມປະສານ ລວມທັງການປັບຫຼຸດອັດຕາດອກເບ້ຍພື້ນຖານ 3 ຄັ້ງ ຈາກ 10.5% ມາເປັນ 9% ຕໍ່ປີ ພ້ອມດ້ວຍການພັດທະນາຕະຫຼາດເປີດໃຫ້ມີການເຄື່ອນໄຫວທີ່ແຂງແຮງກວ່າເກົ່າ.
.
ສຳລັບປີ 2026 ທີ່ຈະເປັນປີທຳອິດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ທຫລ ໄດ້ກຳນົດຄາດໝາຍຕົ້ນຕໍ 3 ດ້ານຄື: ອັດຕາເງິນເຟີ້, ຮັກສາໃຫ້ຢູ່ລະດັບ 5% (ເໜັງຕີງບວກ-ລົບ 2%);​ ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ຢ່າງໜ້ອຍ 5 ເດືອນ; ໜີ້ບໍ່ເກີດດອກອອກຜົນ (NPLs) ບໍ່ເກີນ 3%.
.
ໂດຍ ທຫລ ຈະສືບຕໍ່ປະຕິບັດນະໂຍບາຍເງິນຕາແບບປະສົມປະສານ ໂດຍເນັ້ນໜັກໃສ່ການພັດທະນາເຄື່ອງມືນະໂຍບາຍໃຫ້ຄົບຖ້ວນ, ປະເມີນແລະທົບທວນອັດຕາດອກເບ້ຍພື້ນຖານ ແລະ ອັດຕາສ່ວນເງິນແຮຝາກບັງຄັບໃຫ້ມີວິທະຍາສາດສອດຄ່ອງກັບສະພາບການ.
.
ນອກນີ້, ທຫລ ຍັງຈະຄວບຄຸມປະລິມານເງິນ M2 ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ ພ້ອມປະສານງານກັບຂະແໜງການທີ່ກ່ຽວຂ້ອງໃນການລວມສູນບັນຊີຄັງເງິນ (TSA) ແລະ ຄົ້ນຄວ້າກົນໄກການກຳນົດລາຄາຄຳ ແລະ ໂຄງສ້າງລາຄາສິນຄ້າ.
.
ທຫລ ຈະສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ດ້ວຍການກຳນົດອັດຕາອ້າງອີງໃຫ້ມີຄວາມເໝາະສົມ, ປັບປຸງ ແລະ ພັດທະນາຕະຫຼາດ LFX ໃຫ້ກວ້າງຂຶ້ນ ພ້ອມຄົ້ນຄວ້າກົນໄກການເຮັດທຸລະກຳປ້ອງກັນຄວາມສ່ຽງດ້ານອັດຕາແລກປ່ຽນ.
.
ທັງນີ້, ຜົນສຳເລັດ 10 ເດືອນຕົ້ນປີ 2025 ສະແດງໃຫ້ເຫັນວ່າອັດຕາແລກປ່ຽນສະເລ່ຍເງິນກີບ/ໂດລາອ່ອນຄ່າພຽງ 0.10% ທຽບກັບສະເລ່ຍໝົດປີ 2024, ໃນຂະນະທີ່ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານກັບຕະຫຼາດນອກລະບົບຫຼຸດລົງມາຢູ່ລະດັບ 0.62%.
.
ການກຳນົດເປົ້າໝາຍດັ່ງກ່າວສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ທຫລ ໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ພ້ອມສົ່ງເສີມການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຕາມວິໄສທັດ “ເງິນກີບໝັ້ນທ່ຽງ ສະຖາບັນການເງິນເຂັ້ມແຂງ ບໍລິການວ່ອງໄວທັນສະໄໝ”.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ