ນາຍົກ ເຂົ້າຮ່ວມເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄກ້ເຂົ້າຮ່ວມພິທີເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026 ໃນຕອນແລງ ຂອງວັນທີ 31 ມັງກອນ 2026 ທີ່ຜ່ານມາ.
ໃນໂອກາດນີ້, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ກ່າວໃນພິທີໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ : ງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກປີນີ້ ໄດ້ຈັດຂຶ້ນ​ເພື່ອ ສະເຫຼີມສະຫຼອງສະຖານບູຮານວັດພູຈໍາປາສັກ ຖືກຮັບຮອງເປັນມໍລະດົກໂລກ ຄົບຮອບ 25 ປີ.
ສະຖານບູຮານວັດພູຈໍາປາສັກ ໄດ້ຖືກ​ສ້າງຂຶ້ນ ໃນສະຕະວັດທີ VII ​​ແລະ ​ມີ​ການ​ບູລະນະ-ປະຕິສັງຂອນ ເປັນແຕ່ລະໄລຍະ ​ເພື່ອ​ອະນຸລັກຮັກສາໃຫ້​ສົມບູນ​ຄົບ​ຖ້ວນ. ຍ້ອນຄວາມເອົາໃຈໃສ່ ຂອງພັກ-ລັດ ແລະ ຄວາມເປັນເຈົ້າການຂອງປະຊາຊົນລາວບັນດາເຜົ່າ ໃນການອະນຸລັກປົກປັກຮັກສາ ຈຶ່ງເຮັດໃຫ້ຜາສາດຫີນວັດພູຈຳປາສັກ ຖືກຮັບຮອງຈົດເຂົ້າທະບຽນມໍລະດົກໂລກ ໂດຍອົງການຢູເນັດໂກ (UNESCO) ໃນວັນທີ 16 ທັນວາ 2001.
ພາຍໃນງານປີນີ້, ປະກອບມີກິດຈະກຳຕ່າງໆ ຄື : ພິທີເປີດງານທີ່ຍິ່ງໃຫຍ່ ດ້ວຍລະບົບແສງ-ສີ-ສຽງ ເພື່ອສະແດງກ່ຽວກັບປະຫວັດຄວາມເປັນມາ ຂອງຜາສາດຫີນວັດພູ ໂດຍການສະແດງຮູບພາບປະກອບຕ່າງໆ ຈາກໂດຣນ ຈຳນວນ 590 ລໍາ ແລະ ການຍິງພຸໄຟ ຈໍານວນ 250 ລູກ; ການວາງສະແດງ ແລະ ຈໍາໜ່າຍສິນຄ້າ; ການແຂ່ງຂັນກິລາພື້ນເມືອງ; ການສະແດງສິລະປະວັນນະຄະດີ;
ມີການຮັບປະທານອາຫານທ້ອງຖິ່ນ ທີ່ເປັນເອກະລັກຂອງເມືອງຈໍາປາສັກ; ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບການເຂົ້າເປັນມໍລະດົກໂລກ ຂອງວັດພູຈໍາປາສັກ ຄົບຮອບ 25 ປີ; ການກາບໄຫວ້-ບູຊາ ພະພຸດທະຮູບ ແລະ ເຂົ້າຮ່ວມພິທີທາງສາສະໜາ (ຟັງທໍາມະ, ສູດປະຣິຕະມຸງຄຸນ) ຕະຫຼອດຄືນວັນທີ 1 ກຸມພາ 2026; ແລະ ພິທີຕັກບາດຖວາຍສັງຄະທານ ແດ່ພະສົງຫຼາຍຮ້ອຍອົງ ໃນຕອນເຊົ້າຂອງວັນ​ທີ 2 ກຸມພາ 2026. ທີ່ມາຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ