17.4 C
Laos
ວັນພະຫັດ,ມັງກອນ,29

ບຣາຊິນ ສະເຫນີ ແຜນຢຸດຕິການໃຊ້ເຊື້ອເພີງຟອກຊິວ ໃນກອງປະຊຸມ COP30 ຫລາຍກວ່າ 80 ປະເທດເຫັນດີນຳ.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ຫລາຍກວ່າ 80 ປະເທດໄດ້ສະໜັບສະໜູນ ຂໍ້ສະເໜີ ຂອງ ບຣາຊິນ ກ່ຽວກັບ ການເຈລະຈາ “ແຜນການ” ດຳເນີນ ການລົບລ້າງ ເຊື້ອເພີງຟອກຊິວ ຢູ່ໃນກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມ ກອບສົນທິສັນຍາ ຂອງສປຊ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ (COP30) ເຊິ່ງພວມດຳເນີນ ຢູ່ນະຄອນ Belem (ບຣາຊິນ) ຕາມການລາຍງານ ຂອງ ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ ເມື່ອ ວັນທີ 18 ພະຈິກ 2025.

ຄຽງຄູ່ກັນນັ້ນ ຍັງມີບາງປະເທດ ຮຽກຮ້ອງໃຫ້ ຍົກສູງ ຄວາມຄາດຫວັງ ເຈລະຈາ ແລະ ແກ້ໄຂ ສາຍເຫດຕົ້ນຕໍຂອງ ການປ່ຽນແປງ ດິນຟ້າອາກາດ ໄດ້ເພີ່ມຂຶ້ນຫລາຍ ພໍສົມຄວນ ໃນຊຸມວັນຜ່ານມາ.

ບັນຍາກາດ ຟົດຟື້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງ ໃນກອງປະຊຸມ ຖະແຫລ່ງຂ່າວ ທີ່ໄດ້ດຳເນີນໃນວັນດຽວກັນ, ດ້ວຍການເຂົ້າຮ່ວມຂອງ ບັນດາລັດຖະມົນຕີ ທີ່ມາຈາກ ໂກໂລມບີ, ແອັດສະປາຍ, ອັງກິດ, ເຄນຢາ, ເຢຍລະມັນ, ຊູແອັດ ແລະ ນອກແວ, ເຊິ່ງເປັນປະເທດ ຜະລິດ ນ້ຳມັນ-ອາຍແກັດ ຂະໜາດໃຫຍ່.

ທ່ານ ລູລາ ດາ Lula da Silva ປະທານາທິບໍດີ ບຣາຊິນ ໄດ້ຍົກອອກ ແນວຄວາມຄິດ ສ້າງແຜນການ ໃນວາລະໄຂ ກອງປະຊຸມ COP30 ແລະ ນີ້ຖືແມ່ນບຸລິມະສິດ ແຖວໜ້າ ໃນໂຄງການດຳເນີນງານ ຂອງກອງປະຊຸມ. /

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ