ວິທະຍຸ-ໂທລະພາບ ສູນກາງຈີນ ລາຍງານ , ອີງຕາມ ຄະນະກຳມະການ ຫລຸດຜ່ອນ ຄວາມສ່ຽງ ໄພພິບັດແຫ່ງຊາດ ຟີລິບປິນ ລາຍງານ ໃຫ້ຮູ້ວ່າ: ນັບມາຮອດ ວັນທີ 7 ພະຈິກນີ້, ພາຍຸໄຕ້ຝຸ່ນ ຄັນແມກິ(KALMAEGI) ເຮັດໃຫ້ມີ ຜູ້ເສຍຊີວິດ 188 ຄົນ ແລະ ສູນຫາຍ 135 ຄົນຢູ່ ຟີລິບປິນ.
ພາຍຸໄຕ້ຝຸ່ນ ຄັນແມກິ ໄດ້ພັດເຂົ້າຟີລິບປິນໃນວັນທີ 4 ພະຈິກນີ້. ວັນທີ 6 ພະຈິກນີ້, ທ່ານ ເຟີດີນານ ໂຣມົວເດສ ມາໂກສ ປະທານາທິບໍດີຟີລິບປິນໄດ້ ປະກາດທົ່ວປະເທດ ເຂົ້າສູ່ສະພາບ ໄພພິບັດ./.






