ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ໄດ້ຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ພາຍໃຕ້ຫົວຂໍ້: “ສົ່ງເສີມການນຳໃຊ້ປະໂຫຍດທາງດ້ານປະຊາກອນ ໂດຍສຸມໃສ່ວຽກງານການສຶກສາ, ການສ້າງວຽກເຮັດງານທໍາ, ການສ້າງຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມ” ໂດຍການເປັນປະທານ ຂອງ ທ່ານ ສຈ.ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີ ບັນດາ ທ່ານ ຮອງລັດຖະມົນຕີ, ບັນດາທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາຜູ້ຕາງໜ້າຈາກຂະແໜງການຂັ້ນສູນກາງ, ພະແນກການຂັ້ນແຂວງ, ຜູ້ຕາງໜ້າຈາກ ຣາຊະອານາຈັກກໍາປູເຈຍ, ບັນດາທ່ານທູດ,ຕານຸທູດ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າພາກເອກະຊົນ ແລະ ຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນການຈັດຕັ້ງປະຕິບັດ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD), ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາປີ 2019-2030 ແລະ ຜົນຂອງກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ໃນປີ 2023 ເພື່ອສຸມໃສ່ການຈັດຕັ້ງປະຕິບັດທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນດໍາເນີນງານການພັດທະນາປະຊາກອນ ສໍາລັບ ສປປ ລາວ (2025-2030).
ໃນພິທີກ່າວ, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ ປະຊາກອນຂອງ ສປປ ລາວ ເກືອບເຄິ່ງໜຶ່ງ ມີອາຍຸຕໍ່າກວ່າ 25 ປີ ເຊິ່ງຖືວ່າເປັນທ່າແຮງທີ່ສໍາຄັນໃນການປ່ຽນແປງໂຄງສ້າງດ້ານອາຍຸຂອງປະຊາກອນ ທີ່ມີປະຊາກອນໜຸ່ມ ເຮັດວຽກໃຫ້ພວກເຮົາ. ສະນັ້ນ, ຖ້າຢາກໄດ້ຮັບຜົນປະໂຫຍດດ້ານປະຊາກອນພວກເຮົາຕ້ອງສືບຕໍ່ລົງທຶນໃນການພັດທະນາຊັບພະຍາກອນມະນຸດ ໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຍັງມີຈຸດສຸມລວມທັງ, ຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ມີການຈ້າງງານທີ່ເຫມາະສົມ, ສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ເພື່ອໃຫ້ສາມາດປະກອບສ່ວນຍູ້ແຮງການເຕີບໂຕເສດຖະກິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກວ່າ ໄວໜຸ່ມ ແມ່ນມີຄວາມສໍາຄັນ ແລະ ເປັນໃຈກາງໃນການພັດທະນາປະເທດຊາດ, ພວກເຮົາຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ໂດຍຜ່ານການສຶກສາທີ່ມີຄຸນນະພາບ, ວຽກເຮັດງານທໍາທີ່ດີ ແລະ ມີນະໂຍບາຍທີ່ຊ່ວຍສະໜັບສະໜຸນເຂົາເຈົ້າ ເພື່ອໃຫ້ສາມາດປະກອບສ່ວນຢ່າງເຕັມສ່ວນໃນການສ້າງສາພັດທະນາປະເທດຊາດ. ນອກນັ້ນ, ພາກເອກະຊົນ ແລະ ບັນດາຄູ່ມຮ່ວມພັດທະນາ ກໍມີສ່ວນສໍາຄັນໃນການສະໜັບສະໜຸນວຽກງານນີ້ໃຫ້ໄດ້ຮັບຜົນສໍາເລັດ.
ບັນດາ ເອກອັກຄະລັດຖະທູດ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໄດ້ຢືນຢັນຄືນຄໍາຫມັ້ນສັນຍາໃນການສະໜັບສະໜູນ ສປປ ລາວ ເພື່ອຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍ ແລະ ການສ້າງຂີດຄວາມສາມາດໃຫ້ ໄວຫນຸ່ມ, ສົ່ງເສີມສຸຂະພາບທາງເພດ, ສິດທິທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ຕ້ານການໃຊ້ຄວາມຮຸນແຮງທາງເພດ ແລະ ຂໍ້ມູນສໍາລັບການພັດທະນາ.
ທ່ານ Bakhodir Burkhanov ຜູ້ປະສານງານຂອງອົງການສະຫະປະຊາຊາດປະຈຳ ສປປ ລາວ ກ່າວວ່າ “ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ເປັນເວທີອັນສໍາຄັນເພື່ອຢັ້ງຢືນພາລະກິດລວມຂອງພວກເຮົາ. ທີມງານອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ພ້ອມທີ່ຈະສະຫນັບສະຫນູນລັດຖະບານໃນການຈັດຕັ້ງປະຕິບັດແຜນງານປັນຜົນທາງດ້ານປະຊາກອນ ສໍາລັບ ສປປ ລາວ (2025-2030). ພວກເຮົາສາມາດເຮັດໃຫ້ກາລະໂອກາດນີ້ ກ້າວໄປສູ່ການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກຄົນ ດ້ວຍການປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ”.
ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ຄັ້ງນີ້ ໄດ້ປຶກສາຫາລື ແລະ ເປັນເອກະພາບ ໃນເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດ ແລະ 25 ວຽກງານຈຸດສຸມ ທີ່ພາກລັດຖະບານ, ທຸກພາກສ່ວນຂອງສັງຄົມ ລວມທັງບັນດາຄູ່ຮ່ວມພັດທະນາ ຕ້ອງໄດ້ຮ່ວມມືກັນໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນໃຫ້ຊັບພະຍາກອນມະນຸດ ໂດຍສະເພາະ ໄວໜຸ່ມເປັນກໍາລັງແຮງໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃນອະນາຄົດ. ເນື້ອໃນສຳຄັນດັ່ງກ່າວ ຈະໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ກອງປະຊຸມດັ່ງກ່າວໄດ້ເປັນໂອກາດໃຫ້ລັດຖະບານ ແຫ່ງ ສປປ ລາວ ຢືນຢັນຄືນຄຳໝັ້ນສັນຍາໃນການເລັ່ງຈັດຕັ້ງປະຕິບັດ ແຜນດຳເນີນງານກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA), ຜົນກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ແລະ ຄັ້ງທີ II ໂດຍຜ່ານການຮຽກຮ້ອງຄວາມຮ່ວມມື ແລະ ສະໜັບສະໜູນຈາກທຸກພາກສ່ວນກ່ຽວຂ້ອງ.