spot_img

Become a member

Get the best offers and updates relating to Liberty Case News.

― Advertisement ―

spot_img
spot_img

ລາວ ຕ້ອນຮັບການເຂົ້າຢ້ຽມ ຂອງຮອງລັດຖະມົນຕີການຕ່າງປະເທດ ເບລາຣຸດ

ວັນທີ 24-25 ກັນຍາ 2025, ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ໃຫ້ການຕ້ອນຮັບທ່ານ Sergey Lukashevich, ຮອງລັດຖະມົນຕີການຕ່າງປະເທດ ແຫ່ງສາທາລະນະລັດ ເບລາຣຸດ ຄົນທຳອິດ ທີ່ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ລາວ-ເບ​ລາ​ຣຸ​ສ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ທ່ານ Sergey Lukashevich, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສະ​ເໜີ​ກ່ຽວ​ກັບ​ທ່າ​ແຮງ​ດ້ານ​ເສດຖະກິດ​ການ​ຕ່າງປະ​ເທດ​ຂອງ​ເບ​ລາຣຸດ.

ທີ່​ການ​ພົບ​ປະ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ​ເປັນ​ຕົ້ນ​ແມ່ນ​ສະຖານະ​ການ​ຂອງ​ໂຄງການ​ຮ່ວມກັນ ຂອງທັງສອງ​ຝ່າຍ​ໃນ​ຂະ​ແໜງ​ການ​ຕ່າງໆ.

ພິ​ເສດ, ​ໃນ​ຂົງ​ເຂດ​ກົນ​ຈັກ, ການຈັດ​ຊື້​ຜະລິດ​ຕະພັນ​ອຸດສາຫະກຳ, ການ​ເງິນ, ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ມາດ​ຕະການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະດັບ​ປະມຸກ​ລັດ.

ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ລົງນາມໃນຂໍ້ຕົກລົງທົ່ວໄປ ກັບລັດຖະບານສາທາລະນະລັດເບລາຣູດກ່ຽວກັບສິນເຊື່ອການສົ່ງອອກ ອັນໄດ້ສ້າງເງື່ອນໄຂເພີ່ມເຕີມສໍາລັບການເພີ່ມທະວີການຄ້າລະຫວ່າງລາວ ແລະ ເບລາຣູດ.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ເຊີ​ເກ ລູກາ​ເຊ​ວິ​ຊ ​ໄດ້​ພົບ​ປະ​ກັບ ​ທ່ານ​ໄມ​ທອງ ​ທຳ​ມະ​ວົງສາ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ໄດ້ຫາລືປະສານ​ສົມທົບ​ກັນ​ຕື່ມ​ອີກ ​ເພື່ອ​ພັດທະນາ​ການ​ເຈລະຈາ​ດ້ານ​ການ​ເມືອງ​ໃນ​ໄລຍະ​ສັ້ນ, ​ໄຫ້ມີ​ການ​ຢ້ຽມຢາມ​ກັນໃນຂັ້ນ​ສູງ ລະຫວ່າງລັດຖະບານ ຂອງທັງສອງປະເທດ.

ລາວ ແລະ ເບລາຣຸດ ບັນລຸໄດ້ຂໍ້ຕົກລົງລະຫວ່າງລັດຖະບານກ່ຽວກັບການຍົກເລີກວີຊາສຳລັບຜູ້ຖືໜັງສືຜ່ານແດນລາວ ແລະ ເບລາຣຸດ ເຊິ່ງໄດ້ລົງນາມໃນເດືອນກໍລະກົດ 2025 ທີ່ຜ່ານມາ .

​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາຣຸດ , ບັນດາ​ບັນຫາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ​ເສດຖະກິດ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ລະອຽດ, ​ໃນ​ນັ້ນ​ມີ​ການ​ພິຈາລະນາ​ໝາກຜົນ​ການ​ເຈລະຈາ​ຕາມ​ຂະ​ແໜງ​ການ​ທີ່​ຈັດ​ຂຶ້ນ​ຢູ່​ນອກ​ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ.

ສອງ​ຝ່າຍ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນດາ​ອົງການ​ຫຼາຍ​ຝ່າຍ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ມະນຸດສະທຳ, ​ໂດຍ​ສະ​ເພາະ​ແມ່ນ​ກາລະ​ໂອກາດ​ຝຶກ​ອົບຮົມ​ນັກ​ສຶກສາ​ລາວ​ຢູ່​ມະຫາວິທະຍາ​ໄລ​ເບ​ລາຣຸດ. ທາງການລາວ ສະແດງຄວາມຂອບໃຈ ຕໍ່ທ່າທີທີ່ເປັນມິດ ຂອງເບລາຣຸສ ໃນການຈັດຕັ້ງວັນຢຸດປະຈຳປີ ໃຫ້ແກ່ເດັກນັກຮຽນລາວ ທີ່ຢູ່ໃນປະເທດເບລາຣຸສ.

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້