ລະຫວ່າງການໄປ ຢຽມຢາມ ເກົາຫຼີໃຕ້ ຂອງ ທ່ານ ທອງລຸນ ສີສຸລິດ ລາວ ແລະ ເກົາຫຼີໃຕ້ ໄດ້ລົງນາມໃນສົນທິສັນຍາ 2 ສະບັບຄື :
ສົນທິສັນຍາສະບັບໜຶ່ງກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍເຊິ່ງກັນແລະກັນໃນເລື່ອງອາຍາ ແລະ ສົນທິສັນຍາສະບັບໜຶ່ງກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ ແລະ ໄດ້ຕໍ່ອາຍຸບົດບັນທຶກຄວາມເຂົ້າໃຈກ່ຽວກັບລະບົບການອະນຸຍາດຈ້າງງານຂອງ ສ.ເກົາຫຼີ ສຳລັບແຮງງານລາວ.





