ໃນວັນທີ 27 ກັນຍາ 2025, ສະໂມສອນນັກທຸລະກິດເງອານ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມອບລົດຖີບ 100 ຄັນ ແລະ ອຸປະກອນການຮຽນ 100 ຊຸດ ໃຫ້ແກ່ນັກຮຽນທີ່ດ້ອຍໂອກາດໃນເມືອງ.
ຂອງຂວັນລວມທັງກະເປົາ ແລະ ເຄື່ອງແບບນັກຮຽນ ຄາດວ່າຈະເຮັດໃຫ້ເດັກນ້ອຍໄປໂຮງຮຽນໄດ້ງ່າຍຂຶ້ນ ແລະ ເປັນກຳລັງໃຈໃຫ້ເຂົາເຈົ້າສູ້ຊົນໃນການສຶກສາ ແລະ ຊີວິດປະຈຳວັນ.
ທ່ານ ບຸນຊູ ຜາວິເສດ, ຫົວໜ້າຫ້ອງວ່າການປົກຄອງເມືອງນາຊາຍທອງ ໃຫ້ຮູ້ວ່າ : ທ່ານຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ເຫັນບັນດາວິສາຫະກິດຫວຽດນາມ ມອບອຸປະກອນການຮຽນ ແລະ ລົດຖີບ ໃຫ້ນັກຮຽນທີ່ດ້ອຍໂອກາດ.
ທ່ານຍັງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍ ແລະ ຄວາມສາມັກຄີທີ່ສະແດງໃຫ້ເຫັນໂດຍບັນດາວິສາຫະກິດຫວຽດນາມ ຢູ່ເມືອງ, ເນັ້ນໜັກວ່າ ການຊ່ວຍເຫຼືອນີ້ມີຜົນປະໂຫຍດໃຫ້ແກ່ນັກຮຽນ ແລະ ພໍ່ແມ່ນັກຮຽນ. ບັນດາເຈົ້າໜ້າທີ່ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນການນຳໃຊ້ຂອງຂວັນຢ່າງມີປະສິດທິຜົນ.
ຂະແໜງການສຶກສາທ້ອງຖິ່ນຍັງເຫັນວ່າການສະໜັບສະໜູນເປັນແຫຼ່ງກຳລັງໃຈອັນສຳຄັນ. ທ່ານ ສຸວັນ ເພັງເມືອງຄູນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາຊາຍທອງ ກ່າວວ່າ: ການບໍລິຈາກລົດຖີບ ແລະ ອຸປະກອນການຮຽນບໍ່ພຽງແຕ່ເຮັດໃຫ້ນັກຮຽນທີ່ດ້ອຍໂອກາດເດີນທາງມາໂຮງຮຽນໄດ້ງ່າຍຂຶ້ນ. ມັນຍັງກະຕຸ້ນໃຫ້ເຂົາເຈົ້າຢາໄປໂຮງຮຽນອີກ.
ທ້າວ ພອນທະນົງສັກ, ນັກຮຽນຊັ້ນມັດຖະຍົມປີທີ 8 ໂຮງຮຽນມັດທະຍົມສຶກສານ້ຳກວາງ, ໃຫ້ຮູ້ວ່າ: ໃນແຕ່ລະມື້, ລາວເຄີຍຍ່າງທາງໄກ. ໃນປັດຈຸບັນທີ່ລາວມີລົດຖີບໃຫມ່, ການໄປໂຮງຮຽນແມ່ນງ່າຍຂຶ້ນຫຼາຍ. ລາວສາບານວ່າຈະຮຽນໜັງສືຢ່າງໜັກເພື່ອຕອບແທນບຸນຄຸນໃນການດູແລທີ່ລາວໄດ້ຮັບ.
ສຳລັບ ທ້າວ ຄູນພິທັກ ເພັງ ນັກຮຽນຊັ້ນປະຖົມປີທີ3 ໂຮງຮຽນ ປະຖົມ ຫົວຫົວ, ລາວເວົ້າວ່າ ລົດຖີບ ມີຄວາມສຳຄັນຫລາຍສຳລັບເົຂາ. ລາວໄດ້ຖືກລ້ຽງດູໂດຍແມ່ຕູ້ຂອງລາວຫຼັງຈາກການສູນເສຍພໍ່ແມ່ແທ້ໆຂອງລາວ, ແລະ ທຸກໆມື້ລາວຈະຍ່າງໄປໂຮງຮຽນກ່ອນທີ່ຈະກັບບ້ານມາ ເພື່ອເຮັດອາຫານແລະເບິ່ງແຍງແມ່ຕູ້.
ທ້າວ ຄູນພິທັກ ສະແດງຄວາມດີໃຈ ທີ່ໄດ້ຮັບລົດຖີບ ແລະ ຂອງຂັວນນັ້ນ, ສັນຍາວ່າຈະຮຽນເກັ່ງ, ດຳລົງຊີວິດຢ່າງມີຄວາມຮັບຜິດຊອບ ແລະ ຫ່າງໄກຈາກສິ່ງຊົ່ວຮ້າຍທາງສັງຄົມເພື່ອຕອບແທນບຸນຄຸນຂອງແມ່ຕູ້.