ທ່ານ ນາງ ສຸຊີລາ ກາກີ ອະດີດປະທານສານດີກາຂອງເນປານ ເຂົ້າຮັບຕໍາແໜ່ງນາຍົກລັດຖະມົນຕີສະເພາະກິດ ໃນວັນທີ 12 ກັນຍາ ຫລັງຈາກນາຍົກລັດຖະມົນຕີ ເຄ ພີ ສອນມະ ໂອລີ ລາອອກຈາກຕໍາແໜ່ງໃນວັນທີ 9 ກັນຍາ 0205 .
ສໍານັກຂ່າວຊິນຮົວລາຍງານວ່າ: ນາງ ກາກີ ໄດ້ຮັບການແຕ່ງຕັ້ງໂດຍປະທານາທິບໍດີ ຣາມ ຈັນທຣາ ເປົາເດວ ແລະ ເຂົ້າພິທີສາບານຕົນຕໍ່ໜ້າປະທານາທິບໍດີ ໂດຍມີຄະນະທູດຕ່າງປະເທດ ແລະ ຜູ້ແທນອື່ນໆເຂົ້າຮ່ວມ , ຕາມໜັງສືແຕ່ງຕັ້ງ, ນາງ ກາກີ ຈະເບິ່ງແຍງທຸກກະຊວງດ້ວຍຕົນເອງ ແລະ ລັດຖະບານສະເພາະກິດຂອງທ່ານມີໜ້າທີ່ຈັດການເລືອກຕັ້ງທົ່ວໄປພາຍໃນໄລຍະເວລາ 6 ເດືອນ.
ຕໍ່ມາ, ທໍານຽບປະທານາທິບໍດີອອກຖະແຫລງການວ່າ: ສະພາຜູ້ແທນລາຊະດອນຈະຖືກຍຸງນັບແຕ່ເວລາ 23:00 ໂມງ ຂອງຄືນວັນ 12 ກັນຍາ ຕາມເວລາທ້ອງຖິ່ນ ແລະ ໄດ້ກໍານົດວັນເລືອກຕັ້ງທົ່ວໄປເປັນວັນທີ 5 ມີນາ 2026.
ບັນດາພັກການເມືອງຕົ້ນຕໍ ແລະ ກຸ່ມຜູ້ຊຸມນຸມທີ່ອອກມາປະທ້ວງໃນວັນທີ 8 ແລະ 9 ກັນຍາ ໃນນະຄອນຫລວງກາມານທຸ ແລະ ພື້ນທີ່ອື່ນໆຂອງປະເທດ ສາມາດບັນລຸຂໍ້ຕົກລົງຮ່ວມກັນໄດ້ໃນວັນທີ 12 ກັນຍາ ສົ່ງຜົນເຮັດໃຫ້ນາງ ກາກີ ໄດ້ຮັບການແຕ່ງຕັ້ງ , ທັງນີ້, ນາງ ກາກີ ອາຍຸ 73 ປີ ເປັນຜູ້ຍິງຄົນທໍາອິດ ແລະ ຄົນດຽວໃນເນປານທີ່ເຄີຍດໍາລົງຕໍາແໜ່ງປະທານສານດີກາ.