15.4 C
Laos
ວັນພະຫັດ,ມັງກອນ,29

ສ.ອາເມລິກາ ຈະເພີ່ມພາສີ ສິນຄ້າ 10% ຕໍ່ 8 ປະເທດໃນເອີຣົບ ເລີ່ມວັນທີ 1 ກຸມພາ 2026

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ອີງຕາມຂ່າວ ໂທລະພາບສູນກາງຈີນ (CMG) :​ ທ່ານ ໂດນັນ ທຣໍາ ປະທານາທິ ບໍດີ ສ.ອາເມລິກາ ໄດ້ປະກາດ ຜ່ານສື່ສັງຄົມອອນລາຍວ່າ ສ.ອາເມລິກາ ຈະເພີ່ມພາສີສິນຄ້າ 10% ຕໍ່ສິນຄ້າ ຈາກ 8 ປະເທດ ຄື : ດານມາກ, ​ນອກແວ, ຊູແ​ອດ, ຝຣັ່ງ, ເຢຍລະມັນ, ອັງກິດ, ໂຮນລັງ ແລະ ແຟງລັງ ທີ່ສົ່ງເຂົ້າໄປສ.ອາເມລິກາ ເລີ່ມແຕ່ວັນທີ 1 ກຸມພາ 2026ເປັນຕົ້ນໄປ,

ຈາກນັ້ນ ຈະເພີ່ມຂຶ້ນເປັນ 25% ນັບແຕ່ ວັນທີ 1 ມິຖຸນາ ໃນປີນີ້ ຈົນກວ່າ ຝ່າຍທີ່ກ່ຽວຂ້ອງ ຈະບັນລຸ ສັນຍາ ກ່ຽວກັບ ການຊື້ ເກາະກຣີນແລນ ຢ່າງຮອບດ້ານ ແລະ ສົມບູນແບບ ຂອງ ສ.ອາເມລິກາ.

ນອກນັ້ນ ທ່ານຍັງກ່າວວ່າ ສ.ອາເມລິກາ ມີທ່າທີ ເປີດກວ້າງ ການເຈລະຈາ ໃນທັນທີ ກັບ 8 ປະເທດ ເອີຣົບ ມາຮອດປັດຈຸບັນ ການອອກຂ່າວດັ່ງກ່າວ, ທຳນຽບຂາວ ສ.ອາ​ເມ​ລິກາ ບໍ່ໄດ້ອອກຖະແຫລງການ ຢ່າງເປັນທາງການ ຫລື ເອກະສານ ກ່ຽວກັບ ການປະກາດ ຂອງ ທ່ານ ໂດນັນ ທຣໍາ ຈະເພີ່ມພາສີ ຕໍ່ 8 ປະເທດ ເອີຣົບດັ່ງກ່າວ.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ