ທ່ານ ສູວັນສີ ແກ້ວວິເສີດ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ ອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງແຂວງໆອັດຕະປື ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 10 ມີນາ 2026 .
ກ່ຽວກັບຜົນຂອງການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນ ຄະດີການສໍ້ລາດບັງຫລວງ ບ້ວງເງິນ 6 ບ້ວງ, ບ້ວງເງິນ 90 ຕື້ກວ່າກີບ ແລະ ບ້ວງເງິນ 53 ຕື້ກີບ (ເງິນແຂວງ ກູ້ຢືມນໍາທະນາຄານພັດທະນາລາວ) ວ່າ : ໄດ້ດຳເນີນທຸກວິທີການ, ມາດຕະການທີ່ຈຳເປັນ ໃຫ້ຜູ້ຖືກຫາ ຊື່ທ້າວ ສຸວິໄຊ ສຸລິຍະໄລ ຫລື ໝູ ທີ່ເອົາຕົວຫລົບໜີໄປລີ້ຢູ່ປະເທດໄທ ໃຫ້ເຂົ້າມາມອບໂຕ, ຈົນສຸດທ້າຍໃນວັນທີ 4 ທັນວາ 2024 ຜູ້ກ່ຽວໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່.
ຜ່ານການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ຈາກຜູ້ກ່ຽວ ສາມາດກຳນົດເປົ້າໝາຍຜູ້ຖືກຫາ ໄດ້ຊັດເຈນຂຶ້ນ ແລະ ງົບປະມານທີ່ຖືກຍັກຍອກ ຫລື ລັກລອບຖອນອອກໄປ ໂດຍບໍ່ຖືກຕ້ອງ ຄື:
ບ້ວງເງິນຄໍ້າປະກັນຂອງພະແນກແຜນການ ແລະ ການລົງທຶນ,
ບ້ວງເງິນກອງທຶນພັດທະນາຊຸມຊົນ ຂອງພະແນກພະລັງງານ ແລະ ບໍ່ແຮ່,
ບ້ວງເງິນໄມ້ຢືນຕາຍ, ໄມ້ວິກ-ໄມ້ກະຖິນນາລົງ ແລະ ໄມ້ອື່ນໆ,
ບ້ວງເງິນໄພພິບັດ ເມືອງສະໜາມໄຊ, ບ້ວງເງິນຄໍ້າປະກັນທຸລະກິດ,
ບ້ວງເງິນກອງທຶນລັດ,
ບ້ວງ 90 ກ່ວາຕື້ ແລະ ບ້ວງເງິນກູ້ຢືມທະນາຄານພັດທະນາລາວ 53 ຕື້ກວ່າກີບ,
.
ມີເປົ້າໝາຍທັງໝົດ 38 ຄົນ, ໄດ້ສະຫລຸບສົ່ງອົງການໄອຍະການ ປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ຕັດສິນແລ້ວ 12 ຄົນ, ຄະນະສະເພາະກິດ 560 ໄດ້ສືບຕໍ່ດໍາເນີນການສືບສວນ-ສອບສວນ ທີ່ຍັງເຫລືອ 26 ຄົນ, ຍິງ 11 ຄົນ. ໃນນີ້, ໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕື່ມອີກຈຳນວນ 3 ຄົນ ແລະ ເພີ່ມໃໝ່ 1 ຄົນ, ລວມມີພະນັກງານ-ລັດຖະກອນ ຈຳນວນ 19 ຄົນ (ເສຍຊີວິດ 1 ຄົນ), ຍິງ 7 ຄົນ, ພະນັກງານຂັ້ນສູນກາງຄຸ້ມຄອງ 3 ຄົນ (ບໍານານ 1 ຄົນ), ພະນັກງານທີ່ຕິດພັນກັບການສໍ້ລາດບັງຫລວງ ຈໍານວນ 16 ຄົນ, ຍິງ 4 ຄົນ ແລະ ຄະດີອາຍາທົ່ວໄປ 10 ຄົນ, ຍິງ 6 ຄົນ.
ໃນການດຳເນີນ ສືບສວນ-ສອບສວນ ຕໍ່ເປົ້າໝາຍ ພະນັກງານຂອງລັດ ຜູ້ປະກອບການ ແລະ ປະຊາຊົນຈຳນວນໝຶ່ງ ທີ່ມີສ່ວນກ່ຽວພັນກັບບ້ວງເງິນທີ່ຖືກເສຍຫາຍ ລະອຽດຄື:
1). ບ້ວງເງິນຜິດດ່ຽງ 6 ບ້ວງ ຈຳນວນ 15,373,755,489 ກີບ ແລະ ເງິນໂດລາ ຈຳນວນ 369,000 ໂດລາ. ລະອຽດມີ ຄື: ບ້ວງເງິນຄໍ້າປະກັນໂຄງການ ພະແນກແຜນການ ແລະ ການລົງທຶນ ເງິນກີບ ຈໍານວນ 1,700,000,000 ກີບ, ເງິນໂດລາສາຫະລັດ ຈໍານວນ 216,000 ໂດລາ, ບ້ວງເງິນ ພັດທະນາຊຸມຊົນ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເງິນກີບ ຈໍານວນ 1,301, 435,696 ກີບ, ເງິນໂດລາສາຫະລັດ ຈໍານວນ 120,000 ໂດລາ, ໄມ້ຕາຍຢືນ, ໄມ້ຈົມນໍ້າ, ໄມ້ບິກ, ໄມ້ກະຖີນນາລົງ ແລະ ໄມ້ອື່ນໆ ຈໍານວນ 6,154,761,482 ກີບ, ເງິນ ໄພພິບັດ ຈຳນວນ 23,582,260 ກີບ ແລະ ເງິນໂດລາ ຈຳນວນ 8,000 ໂດລາ, ເງິນຄໍ້າປະ ກັນທຸລະກິດ (ຂະແໜງຊັບສິນແຫ່ງລັດ) ຈຳ ນວນ 4,165,106,409 ກີບ ແລະ ເງິນໂດລາ 25,000 ໂດລາ, ເງິນກອງທຶນຂອງລັດ (ຂະແໜງຄຸ້ມຄອງຊັບສິນແຫ່ງລັດ) ຈຳນວນ 2,028,869,642 ກີບ.
2). ບ້ວງເງິນລາຍຮັບຂອງແຂວງ ຈໍານວນ 90,118,712,029 ກີບ: ຜ່ານການກວດກາ ແລະ ເກັບກໍາຂໍ້ມູນ ໄດ້ພົບເຫັນເງິນທີ່ຖືກຖອນຈາກຄັ້ງເງິນ ມີເອກະສານທີ່ກ່ຽວຂ້ອງ ຄື: ຂໍ້ຕົກລົງອະນຸມັດຖອນ 7 ຂໍ້ຕົກລົງ ແລະ ເຊັກເງິນ ຈຳນວນ 10 ໃບ, ມີ 3 ທະນາຄານ ຄື: ທະ ນາຄານພັດທະນາລາວ ຈຳນວນ 50 ຕື້ກວ່າກີບ, ທະນາຄານການຄ້າ ຈຳນວນ 34 ຕື້ກວ່າກີບ ແລະ ທະນາຄານລາວ-ຫວຽດ ຈຳນວນ 5 ຕື້ກີບ.ໃນນີ້: ໄດ້ກວດກາພົບເຫັນການມອບເງິນເຂົ້າຄັ້ງຄືນ ເງິນກີບ ຈຳນວນ 43,038,778, 539 ກີບ ແລະ ເງິນໂດລາ 154,000 ໂດລາ.
3). ບ້ວງເງິນກູ້ຢືມທະນາຄານພັດທະນາລາວ 53 ຕື້ກວ່າກີບ: ຜ່ານການກວດກາ ແລະ ເກັບກຳຂໍ້ມູນຂອງຄະນະສະເພາະກິດ ເຫັນວ່າເປັນການຕົກລົງເຫັນດີ ຂອງຄະນະປະຈຳພັກແຂວງ ມີບົດບັນທືກກອງປະຊຸມ ຄັ້ງວັນທີ 30 ພຶດ ສະພາ 2022, ຂໍ້ຕົກລົງ ສະບັບເລກທີ 736/ຈຂອປ ລົງວັນທີ 22 ມິຖຸນາ 2022 ແລະ ມີສັນຍາກູ້ຢືມເງິນ ກັບທະນາພັດທະນາລາວ ສະບັບເລກທີ LN-102/2022/LDB.HO, ເລກບັນຊີເງິນກູ້ LD ຈໍານວນເງິນກູ້ຢືມ 53,141,010,000 ກີບ, ອັດຕາດອກເບ້ຍ (11,5%) ຈໍານວນ 15,739,976,489 ກີບ, ລວມຕົ້ນທຶນ ແລະ ດອກເບ້ຍ 68,880,986,489 ກີບ, ກໍານົດໄລຍະເວລາ 60 ເດືອນ ເລີ່ມແຕ່ວັນທີ 1 ກັນຍາ 2022 ຫາ 31 ສິງຫາ 2027, ຜ່ານການກວດກາໄດ້ພົບເຫັນຂໍ້ຕົກລົງອະນຸມັດຖອນ 13 ຂໍ້ຕົກລົງ ແລະ ມີແຊັກ ຈຳນວນ 22 ໃບ ເປັນຈໍານວນເງິນທັງໝົດ 95,759,789,738 ກີບ. ເປົ້າໝາຍກູ້ຢືມເງິນ ແມ່ນ ເພື່ອສໍາລະໂຄງການລົງທຶນຂອງລັດ ຈຳນວນ 13 ໂຄງການ ມີ 5 ບໍລິສັດ.
ຜົນການເກັບກູ້ບ້ວງເງິນຕ່າງໆ ທີ່ຖືກເສຍຫາຍ ສາມາດເກັບກູ້ໄດ້ ຈຳນວນ 918,696,920 ກີບ ແລະ ໄດ້ອອກຄຳສັ່ງຢຶດ-ອາຢັດຊັບສີນປະເພດຕ່າງໆມີຄື :
1). ຢຶດ-ອາຢັດທີ່ດິນ ຈຳນວນ 14 ຕອນ.
2). ລົດໃຫຍ່ ຈຳນວນ 4 ຄັນ.
3). ລົດຈັກ ຈຳນວນ 2 ຄັນ.
4). ໂທລະສັບ ຈຳນວນ 1 ໜ່ວຍ.
ປະຈຸບັນ, ຄະນະສະເພາະກິດ 560 ໄດ້ສໍາເລັດການດໍາເນີນການສືບສວນ-ສອບສວນ ແລະ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງແລ້ວສຳເລັດ ; ທີ່ມາ: ຂ່າວກອງບັນຊາການທະຫານແຂວງອັດຕະປື






