17.4 C
Laos
ວັນພະຫັດ,ມັງກອນ,29

ອັດຕາເງິນເຟີ້ສະເລ່ຍລວມເບີດປີຂອງລາວຢູ່ທີ່ 7.7 ເປີເຊັນໃນປີ 2025.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ອັດຕາເງິນເຟີ້ສະເລ່ຍລວມເບີດປີຢູ່ທີ່ 7.7% 2025 , ເຊິ່ງຫຼຸດລົງຢ່າງຫຼວງຫຼາຍຈາກ 23.1% ທີ່ບັນທຶກສະຖີຕິໄວ້ໃນປີ 2024. ອັດຕາສະເລ່ຍໃນຊ່ວງເຄິ່ງທຳອິດຂອງປີ 2025 ແມ່ນ 10.9%, ແລະ ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງໃນເຄິ່ງທີ່ສອງ, ອີງຕາມສຳນັກງານສະຖິຕິຂອງລາວ.

ທະນາຄານພັດທະນາອາຊີ (ADB) ຄາດຄະເນວ່າອັດຕາເງິນເຟີ້ຈະຫຼຸດລົງເຫຼືອ 10.4%, ໃນປີ2026 ຂະນະທີ່ລັດຖະບານລາວຕັ້ງເປົ້າໝາຍທີ່ຈະຮັກສາລະດັບນະໂຍບາຍໄວ້ທີ່ 5.0% ຕໍ່ປີ.

ເຫດຜົນຫຼັກສຳລັບການຊະລໍຕົວຂອງອັດຕາເງິນເຟີ້: ຍ້ອນນະໂຍບາຍການເງິນ ແລະ ງົບປະມານທີ່ເຂັ້ມງວດ ; ການຄວບຄຸມອັດຕາແລກປ່ຽນເງິນກີບທີ່ເຂັ້ມງວດຂຶ້ນ.

ທຶນສຳຮອງສາກົນເພີ່ມຂຶ້ນ : ເພີ່ມຂຶ້ນເປັນ 2.6 ຕື້ໂດລາສະຫະລັດ ( ມາຮອດເດືອນມິຖຸນາ 2025 ), ພຽງພໍທີ່ຈະຄອບຄຸມການນຳເຂົ້າ 3.1 ເດືອນ ເພື່ອຮັກສາສະຖຽນລະພາບທາງດ້ານນຳ້ເຂົ້າສິນຄ້າຈາກຕ່າງປະເທດ.

ການເກັບພາສີ ແລະ ການສົ່ງອອກທີ່ດີຂຶ້ນ : ເຮັດໃຫ້ລັດຖະບານສາມາດຮັກສາດຸນງົບປະມານໄດ້ ແລະ ຫຼຸດຜ່ອນຜົນກະທົບຂອງໜີ້ສິນສາທາລະນະ ; ເຖິງຢ່າງໃດກໍ່ຕາມ, ລາຄາສິນຄ້າພື້ນຖານບາງຢ່າງໃນລາວຍັງຄົງສູງຢູ່, ເຊັ່ນ : ທີ່ຢູ່ອາໄສ ແລະ ສິ່ງອຳນວຍຄວາມສະດວກ (+23%), ຜະລິດຕະພັນທາງການແພດ ແລະ ຢາ (+20.9%), ແລະ ການສຶກສາ (+17.5%).

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ