ອິນເດຍ ແລະ ສະຫະພາບເອີຣົບ(EU) ບັນລຸຂໍ້ຕົກລົງການຄ້າເສລີ (FTA) ຫລັງຈາກເຈລະຈາ FTA ມາກວ່າ 20ປີ ເພື່ອຊຸກຍູ້ການຄ້າທະວິພາຄີ ແລະ ຫລຸດຜ່ອນການເພິ່ງພາຕະຫລາດສະຫະລັດອາເມລິກາ.
ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ສິນຄ້າສົ່ງອອກໄປ EU ຂອງອິນເດຍກວ່າ 99,5% ຈະໄດ້ຮັບສິດທິພິເສດທາງພາສີ 7 ປີ ໂດຍສະເພາະສິນຄ້າຫລັກເຊັ່ນ: ອາຫານທະເລ, ແພ ແລະ ອັນຍະມະນີ ຈະໄດ້ຮັບການຍົກເລີກພາສີທັນທີ.
ພ້ອມດຽວກັນນັ້ນ ພາສີນຳເຂົ້າລົດຍົນຈາກ EU ອິນເດຍຈະປັບຫລຸດຈາກ 110% ເຫຼືອພຽງ 10% ໃນໄລຍະ 5 ປີ ລວມທັງການຫລຸດພາສີເຄື່ອງດື່ມທີ່ມີທາດເຫົ້າ ແລະ ວາຍ, ຍົກເວັ້ນສິນຄ້າກະສິກຳ ເຊັ່ນ : ຊີ້ນງົວ, ນ້ຳຕານ ແລະ ເຂົ້າ, ເພື່ອປົກປ້ອງຜູ້ຜະລິດພາຍໃນ.
ໃນຂໍ້ຕົກລົງນີ້ອິນເດຍຈະຍົກເລີກ ຫຼື ຫຼຸດຜ່ອນພາສີ 96.6% ຂອງການສົ່ງອອກຂອງ EU ໄປຍັງອິນເດຍ ; ໃນທາງກົງກັນຂ້າມ, EU ຈະຍົກເລີກ ຫຼື ຫຼຸດຜ່ອນພາສີ 99.5% ຂອງການສົ່ງອອກທັງໝົດຂອງອິນເດຍ ໄປຍັງ EU ພາຍໃນໄລຍະເວລາ 7 ປີ, ຫຼື ພາຍໃນປີ 2030 ເຊິ່ງຄາດວ່າຈະຊ່ວຍໃຫ້ບໍລິສັດໃນເອີຣົບປະຢັດພາສີໄດ້ 4 ຕື້ເອີໂຣຕໍ່ປີ ແລະ ຊຸກຍູ້ການສົ່ງອອກໃຫ້ເປັນສອງເທົ່າພາຍໃນປີ 2032.
ປັດຈຸບັນ ຂໍ້ຕົກລົງພວມຢູ່ໃນຂັ້ນຕອນກວດສອບທາງກົດໝາຍ ແລະ ລໍຖ້າການໃຫ້ສັດຕະຍາບັນ ເຊິ່ງຄາດວ່າຈະມີຜົນບັງຄັບໃຊ້ຢ່າງເຕັມຮູບແບບພາຍໃນ 1 ປີຂ້າງໜ້ານີ້.




