ສື່ທາງການອີຣານ ລາຍງານຢືນຢັນການເສຍຊີວິດຂອງທ່ານ ອາລີ ລາຣິຈານີ (Ali Larijani) ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດຂອງອີຣານ ແລະ ທ່ານ ໂກລາມເຣຊາ ໂຊເລມານີ (Gholamreza Soleimani) ຜູ້ນໍາກອງກໍາລັງບາຊິ ຈາກການຖືກໂຈມຕີທາງອາກາດໂດຍກອງທັບອິດສະລາແອນ.
ໂດຍສໍານັກຂ່າວ Fars ລາຍງານວ່າ: ທ່ານ ລາຣິຈານີ ຖືກສັງຫານຢູ່ເຮືອນຂອງລູກສາວໃນເມືອງປາຣດິດ, ຂະນະທີ່ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ (SNSC) ຂອງອີຣານ ເປີດເຜີຍວ່າ: ທ່ານ ລາຣິຈານີ ເສຍຊີວິດພ້ອມກັບລູກຊາຍ ແລະ ຜູ້ຊ່ວຍຄົນໜຶ່ງຂອງທ່ານ ພ້ອມຜູ້ຮັກສາຄວາມປອດໄພຈໍານວນໜຶ່ງ.
ພົນເອກ ອາມີ ຮາຕາມີ ຜູ້ບັນຊາການກອງທັບອີຣານ ປະກາດວ່າຈະຕອບໂຕ້ຢ່າງເດັດຂາດຕໍ່ການສັງຫານທ່ານ ລາຣິຈານີ ແລະ ຢືນຢັນວ່າການເສຍຊີວິດຂອງທ່ານ ແລະ ຄົນອື່ນໆຈະໄດ້ຮັບການແກ້ແຄ້ນ.
ທັງນີ້, ກອງກໍາລັງພິທັກປະຕິວັດອິດສະລາມ (IRGC) ປະກາດວ່າໄດ້ຍິງລູກສອນໄຟໂຈມຕີເປົ້າໝາຍທາງທະຫານ ແລະ ຄວາມໝັ້ນຄົງຫລາຍກວ່າ 100 ແຫ່ງ ທາງພາກກາງຂອງອິດສະລາແອນ ລວມທັງນະຄອນຫລວງເທວອາວີບ ເພື່ອຕອບໂຕ້ການສັງຫານທ່ານ ລາຣິຈານີ ແລະ ຜູ້ນໍາກອງກໍາລັງບາຊິ ໂດຍລູກສອນໄຟທີ່ຖືກໃຊ້ລ້ວນເປັນລູກສອນໄຟໄລຍະກາງ ໄດ້ແກ່ ລູກສອນໄຟ Khorramshahr 4, Qadr, Emad ແລະ Khybershakan. ຂະນະທີ່ IRGC ຢືນຢັນວ່າສາມາດໂຈມຕີຖືກເປົ້າໝາຍ ເນື່ອງຈາກລະບົບປ້ອງກັນການໂຈມຕີທາງອາກາດຂອງອິດສະລາແອນນັ້ນລົ້ມສະຫລາຍລົງແລ້ວ.
ເບື້ອງຕົ້ນ ມີລາຍງານວ່າຜົນຈາກການໂຈມຕີອິດສະລາແອນຮອບຫລ້າສຸດ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ. ຂະນະທີ່ຍັງມີສຽງລະເບີດດັງຂຶ້ນໃນຫລາຍພື້ນທີ່ຂອງອິດສະລາແອນຈາກການໂຈມຕີຂອງອີຣານຢ່າງຕໍ່ເນື່ອງ.






