spot_img

Become a member

Get the best offers and updates relating to Liberty Case News.

― Advertisement ―

spot_img
spot_img

ເຂື່ອນໄຟຟ້ານໍ້າງື່ມ 1 ຈະເພີ່ມການລະບາຍນໍ້າ ເພື່ອກຽມຮັບມືກັບພາຍຸ “ແມດໂມ” ໃນວັນທີ 4 ຕຸລາ 2025.

ໃນວັນທີ 3 ຕຸລາ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ແຈ້ງໃຫ້ຊາບວ່າ : ຈະໄດ້ເພີ່ມການລະບາຍນ້ຳ ເພື່ອຮັກສາຄວາມປອດໄພ ໃຫ້ກັບທຸກພາກສ່ວນ ຕາມຂັ້ນຕອນທາງດ້ານເຕັກນີກວິຊາການ ເນື່ອງຈາກມີພາຍຸໝູນເຂດຮ້ອນ “ແມດໂມ” ກຳລັງເຄື່ອນທີ່ເຂົ້າມາ ເຊິ່ງຈະມີຝົນຕົກໜັກ ຫາ ໜັກຫລາຍ ເຮັດໃຫ້ລະດັບນ້ຳໃນອ່າງເກັບນ້ຳເຂື່ອນນໍ້າງື່ມ 1 ໄດ້ເພີ່ມຂຶ້ນ.

ປະລິມານນ້ຳທີ່ລະບາຍເພີ່ມ: ປະລິມານນ້ຳທີ່ໄດ້ໄຫລອອກຈາກເຂື່ອນໄຟຟ້ານ້ຳງື່ມ 1 ລວມທັງໝົດຈະເພີ່ມຂຶ້ນຈາກ 894.40 ແມັດກ້ອນຕໍ່ວິນາທີ ມາເປັນ 974.40 ແມັດກ້ອນຕໍ່ວິນາທີ .

ການເພີ່ມການລະບາຍນ້ຳນີ້ ຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນເພີ່ມຂຶ້ນອີກປະມານ 15-20 cm.

ການເພີ່ມການລະບາຍນໍ້າ, ປະລິມານນ້ຳຈະເຮັດໃຫ້ຫຼາຍພື້ນທີ່ລຸ່ມຂອງເຂື່ອນມີຄວາມສ່ຽງນ້ຳຮອດຈຸດຖ້ວມເຊັ່ນ :

• ຈຸດວັດແທກ ບ້ານຈຸ້ມ : ໃກ້ເຖິງຈຸດເຕືອນໄພທີ່ສຸດ, ເຫຼືອພຽງ 0.10 ແມັດ.

• ຈຸດວັດ ທີ່ລາດ : ຍັງເຫຼືອ 1.30 ແມັດ ເຖິງຈຸດນ້ຳຖ້ວມ (13.60 ແມັດ).

• ຈຸດວັດ ບ້ານປາກກາຍຸງ : ຍັງເຫຼືອ 1.72 ແມັດ ເຖິງຈຸດນ້ຳຖ້ວມ (12 ແມັດ).

ສໍາລັບ ການໄຂປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້ານໍ້າງື່ມ 1 ແມ່ນຈະເລີ່ມປ່ອຍ ວັນທີ 4 ຕຸລາ 2025 ເວລາ 10:00. ດັ່ງນັ້ນ, ຈຶ່ງແຈ້ງປະຊາຊົນລຽບຕາມແມ່ນໍ້ງື່ມ ໃຫ້ມີສະຕິ ແລະ ຍົກຍ້າຍສິ່ງຂອງຂຶ້ນສູ່ບ່ອນສູງທັນທີ ຍ້ອນລະດັບນ້ຳຈະເພີ່ມຂຶ້ນ 15-20 cm ພາຍຫລັງການປັບປະຕູນ້ຳລົ້ນ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້