ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
.
ງານດັ່ງກ່າວເປັນຄັ້ງທຳອິດໃນ ສປປ ລາວ, ທີ່ວັນກາເຟສາກົນ (1 ຕຸລາ) ແລະ ວັນຊາສາກົນ (21 ພຶດສະພາ) ຖືກລວມເຂົ້າກັນ ເພື່ອສະເຫຼີມສະຫຼອງເປັນບຸນດຽວກັນ ແລະ ມີຄວາມຍິ່ງໃຫຍ່ອະລັງການ. ຫົວຂໍ້ປີນີ້ແມ່ນ: “ກາເຟ ແລະ ຊາເພື່ອຊີວິດທີ່ດີຂຶ້ນ: ສ້າງການຮ່ວມມືເພື່ອອະນາຄົດທີ່ຍືນຍົງ”.ງານດັ່ງກ່າວຈະເນັ້ນໃຫ້ເຫັນເຖິງຄວາມຫຼາກຫຼາຍ, ຄຸນນະພາບ, ແລະ ຄວາມຍືນຍົງຂອງພືດຜົນ ທີ່ປະຊາຊົນລາວນິຍົມຊົມຊອບ.

ນັບແຕ່ປີ 2018 ເປັນຕົ້ນມາ, ວັນກາເຟສາກົນໄດ້ກາຍເປັນວັນປະເພນີ້ອັນພົ້ນເດັ່ນຂອງ ສປປ ລາວ, ທີ່ດຶງດູດນັກທ່ອງທ່ຽວນັບພັນໆຄົນໃນແຕ່ລະປີ. ໃນປີ 2024 ທີ່ຜ່ານມາ, ງານບຸນດັ່ງກ່າວໄດ້ດຶງດູດຜູ້ເຂົ້າຊົມຫຼາຍກວ່າ 16,000 ຄົນໃນທົ່ວນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ດ້ວຍງານວາງສະແດງທີ່ມີຄວາມໜ້າຕື່ນເຕັ້ນ, ການຊີມຣົດຊາດກາເຟ, ການສົນທະນາທາງວິຊາການ ແລະ ກິດຈະກໍາສຳລັບຄອບຄົວ.
.
ໃນຂະນະດຽວກັນ, ຂະແໜງຊາລາວກໍມີທ່າແຮງສູງ. ດ້ວຍພູມສັນຖານທີ່ເປັນເອກະລັກ, ຕົ້ນຊາທີ່ເກົ່າແກ່ ແລະ ປູກຕາມທໍາມະຊາດ, ພ້ອມທັງ ການລົງທຶນທີ່ກຳລັງຂະຫຍາຍຕົວ, ຊາລາວຈຶ່ງກາຍເປັນແຫຼ່ງແຫ່ງຄວາມພາກພູມໃຈ ແລະ ເປັນທ່າແຮງຂອງຄົນລາວ. ສປປ ລາວ ໄດ້ເລີ່ມສະເຫຼີມສະຫຼອງວັນຊາສາກົນເປັນຄັ້ງທຳອິດໃນປີ 2022 ແລະ ໄດ້ກາຍເປັນເວທີ ທີ່ເຊື່ອມຕໍ່ລະຫວ່າງ ຊາວສວນ, ນັກທຸລະກິດ ແລະ ຊຸມຊົນ.

ດັ່ງນັ້ນ, ໃນງານບຸນກາເຟ ແລະ ຊາບ້ານເຮົາ ປະຈຳປີ 2025 ນີ້, ບໍ່ພາດທີ່ຈະນໍາເອົາກາເຟ ແລະ ຊາລາວ ທີ່ດີທີ່ສຸດມາຮວມກັນ. ທ່ານຈະໄດ້ຊົມການວາງສະແດງສິນຄ້າ (ຊາ ແລະ ກາເຟ) ຈາກຜູ້ຜະລິດ, ສະຫະກອນ, ແລະ ຜູ້ປະກອບການແຖວຫນ້າຂອງລາວ, ແລະ ພ້ອມທັງຊີມກາເຟ ແລະ ຊາລາວທີ່ໄດ້ຮັບລາງວັນ. ນອກນັ້ນ, ທ່ານຍັງຈະມີໂອກາດໄດ້ເຂົ້າຮ່ວມການທົດລອງຊີຣົດຊາດກາເຟໃນຖ້ວຍ (cupping) ກັບຜູ້ຊ່ຽວຊານໃນຂະແຫນງ. ພ້ອມທັງຮ່ວມຟັງບົດສົນທະນາກ່ຽວກັບອະນາຄົດທີ່ຍືນຍົງ ແລະ ການເຮັດກະສິກຳປ່າໄມ້ແບບປະສົມປະສານ ທີ່ມີຄວາມທົນທານຕໍ່ສະພາບອາກາດ.
.
ງານດັ່ງກ່າວ ແມ່ນຈັດຂຶ້ນໂດຍກົມປູກຝັງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພາຍໃຕ້ການສະໜັບສະໜູນຈາກໂຄງການ Green CUP (ໂຄງການສ້າງຄວາມເຂັ້ມແຂງເສດຖະກິດສີຂຽວ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດດ້ານກະສິກຳ).

ໂຄງການ Green CUP ແມ່ນໄດ້ຮັບທຶນສົມທົບຈາກສະຫະພາບເອີຣົບ (EU) ແລະ ອົງການພັດທະນາຝຣັ່ງ (AFD) ພາຍໃຕ້ຍຸດທະສາດທີມເອີຣົບ(#TeamEurope), ທີ່ມີເປົ້າຫມາຍຊ່ວຍເຫຼືອປະຊາຊົນຫຼາຍກວ່າ 3,000 ຄົວເຮືອນໃນ ສປປ ລາວ ເພື່ອສ້າງລະບົບຕ່ອງໂສ້ມູນຄ່າກາເຟ ແລະ ຊາ ລວມເຖິງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.