spot_img

Become a member

Get the best offers and updates relating to Liberty Case News.

― Advertisement ―

spot_img
spot_img

ໂຮງໝໍ ໃນຍີ່ປຸ່ນ ກວ່າ 83,3% ຂອງປະເທດ ຂາດທຶນໃນປີ ງົບປະມານ 2024

ສຳນັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 1 ຕຸລາວ່າ 2025 ຢ່າງເປັນທາງ​ການ ​ຊີ້​ໃຫ້​ເຫັນ​ວ່າ ​ໂຮງ​ໝໍ​ ຢູ່ຍີ່​ປຸ່ນ​ ຫລາຍ​ກວ່າ 80%ໄດ້ປະສົບກັບ ພາວະການຂາດທຶນ ​ໃນ​ສົກປີ​ ງົບ​ປະ​ມານ 2024.

ໂດຍ ກະຊວງ ກິດຈະການ ພາຍໃນ ຂອງ ຍີ່ປຸ່ນ ໄດ້ເປີດເຜີຍ ບົດລາຍງານ ທີ່ ລະບຸວ່າ ໂຮງໝໍລັດ ປະມານ 83,3% ຂອງປະເທດ ປະສົບກັບພາວະ ຂາດທຶນລວມມີ395.000 ລ້ານເຢນ ໃນສົກປີງົບປະມານ 2024.

ຊຶ່ງອັດຕາສ່ວນ ຂອງ ໂຮງໝໍ ທີ່ປະສົບກັບ ພາວະຂາດທຶນ ແລະ ມູນຄ່າການຂາດລົງທຶນ ລ້ວນແຕ່ສູງ ເປັນປະຫວັດສາດ.

ໃນຂະນະທີ່ ຕົ້ນທຶນແຮງງານທີ່ສູງຂຶ້ນ ລວມທັງ ລາຄາຢາ ແລະ ຜະລິດຕະພັນອື່ນໆ ເປັນປັດໄຈທີ່ສົ່ງຜົນໃຫ້ໂຮງໝໍທົ່ວປະເທດຍີ່ປຸ່ນ ຕ້ອງຜະເຊີນກັບ ສະຖານະການທາງການເງິນຢ່າງຮ້າຍແຮງ.

​ສະຖານະ​ການ ດ້ານ​ການ​ເງິນ​ຂອງ​ໂຮງ​ໝໍ​ລັດ ​ຂອງ​ຍີ່ປຸ່ນ​ ຢູ່ໃນພາວະ​ເກີນ​ດຸນ 325.000 ລ້ານເຢນ ​ໃນສົກ​ປີ​ງົບປະມານ 2021 ຍ້ອນວ່າ ​ໂຄງການ​ເງິນໜູນ​ຊ່ວຍ ​ຂອງ​ລັດຖະບານ ​ໃນ​ໄລຍະ​ ການແຜ່ລະບາດ ຂອງ ພະຍາດ ​ໂຄ​ວິດ-19.

ກ່ອນ​ທີ່​ ຈະ​ຜະ​ເຊີນ​ກັບ ​ບັນ​ຫາ​ທາງ​ການ​ເງິນ​ ທີ່​ຮ້າຍ​ແຮງ​ຂຶ້ນ ​ນັບ​ແຕ່​ ສົກປີ​ງົບ​ປະ​ມານ 2023ເນື່ອງຈາກ​ຄ່າ​ແຮງ​ງານ ​ແລະ ​ອຸ​ປະ​ກອນ​ເພີ່ມ​ຂຶ້ນ ຫລາຍກວ່າ​ລາຍ​ຮັບ ​ຈາກ​ການ​ບໍ​ລິ​ການ​ແພດ./

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້