15.4 C
Laos
ວັນພະຫັດ,ມັງກອນ,29

ໄທ​ – ກຳ​ປູ​ເຈຍ ຈະ​ຈັດກອງ​ປະ​ຊຸມ​ພິ​ເສດ​​ ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ ​ໃນ​ວັນ​ທີ 29 ມັງ​ກອນ 2026

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ຕາມລາຍງານ ກະ​ຊວງ​ ປ້ອງ​ກັນ​ປະ​ເທດ​ ກຳ​ປູ​ເຈຍ​ ໄຫ້ຮູ້ວ່າ ເມື່ອ ວັນ​ທີ 27 ມັງ​ກອນ​ທີ່ຜ່ານມາ , ​ ກອງ​ປ​ະ​ຊຸມ ກອງ​ເລ​ຂາ ​ຄະ​ນະ​ກຳ​ມະ​ການ​ ຊາຍ​ແດນ ​ກຳ​ປູ​ເຈຍ-ໄທ ໄດ້​ຈັດ​ຂຶ້ນ ​ຢູ່​ດ່ານ​ປອຍ​ເປດ​ແຂວງ​ບັນ​ເຕ​ມີໄຊ ຂອງ​ ກຳ​ປູ​ເຈຍ .
ກອງ​ປະ​ຊຸມໃນຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ ເນື້ອ​ໃນ​ ຂອງກອງ​ປະ​ຊຸມ​ພິ​ເສດ​ຂອງ​ ຄະ​ນະ​ ກຳ​ມະ​ການ​ ຊາຍ​ແດນ ໄທ​ -ກຳ​ປູ​ເຈຍ ທີ່​ ຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 29 ມັງ​ກອນ​ນີ້ ແລະ ແລກ​ປ່ຽນ​ເອ​ກະ​ສານ ​ທີ່​ກ່ຽວ​ຂ້ອງ.
ກະ​ຊວງ​ ປ້ອງ​ກັນ​ປະ​ເທດ ​ກຳ​ປູ​ເຈຍ​ ຢືນ​ຢັນ​ວ່າ, ກອງ​ປະ​ຊຸມ​ ໃນຄັ້ງ​ນີ້​ ມີ​ຈຸດ​ປະ​ສົງ ​ເພື່ອ​ຊຸກ​ຍູ້​ ການ​ຈັດ​ຕັ້ງ ​ປະ​ຕິ​ບັດ​ ຖະ​ແຫລງ​ ການ​ຮ່ວມ​ ກຳ​ປູ​ເຈຍ-ໄທ ​ຢ່າງ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ເຊິ່ງກັນ ແລະ ກັນ ​ເພື່ອຊຸກ​ຍູ້​ ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ​ລະ​ຫວ່າງ ​ສອງ​ປະ​ເທດ, ພ້ອມທັງ​ເປັນການຟື້ນ​ຟູ ຄວາມ​ເປັນ​ລະ​ບຽບ​​ໃຫ້​ກັບ​ຄືນສູ່ ​ເປັນປົກ​ກະ​ຕິ.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ