ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ເຊັນສັນຍາຮ່ວມມືສັນຍາ “ໂຄງການສ້າງຕັ້ງສູນປະຕິບັດການດ້ານຄວາມປອດໄພ ແລະ ຕ້ານໄພຄຸກຄາມທາງໄຊເບີ (Cyber Security Operation Center: CSOC)” ກັບ ບໍລິສັດ ໂອແອວວີ ອິນໂນເວຊັນ ຈຳກັດ ຜູ້ດຽວ.
ພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2026 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ສຸລິຍາ ມະນີວົງ ຮອງຜູ້ອໍານວຍການໃຫຍ່ ຟຟລ ແລະ ທ່ານ ມົນຕາ ວໍລະມາລິດ ປະທານບບໍລິສັດ ໂອແອວວີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການຕັ້ງສູນ CSOC ນີ້ ຖືເປັນບາດກ້າວຍຸດທະສາດທີ່ສຳຄັນໃນຍຸກ Digital Transformation ທີ່ ຟຟລ ໄດ້ຫັນການບໍລິຫານຈັດການມາສູ່ລະບົບດີຈິຕອນ ເຊິ່ງຈຳເປັນຕ້ອງມີການຮັບມືກັບຄວາມສ່ຽງຈາກໄພຄຸກຄາມທາງໄຊເບີຮູບແບບໃໝ່, ພ້ອມນັ້ນ ສູນ CSOC ແຫ່ງນີ້ ຈະເຮັດໜ້າທີ່ປຽບສະເໝືອນ “ປ້ອມຍາມ ແລະ ຫໍບັນຊາການ” ທີ່ທັນສະໄໝທີ່ສຸດ ເພື່ອເຝົ້າລະວັງ, ກວດຈັບ ແລະ ໂຕ້ຕອບ ຕໍ່ໄພຄຸກຄາມຕະຫຼອດ 24 ຊົ່ວໂມງ ເຊິ່ງຖືເປັນຄວາມຈຳເປັນຮີບດ່ວນໃນການສ້າງຄວາມໝັ້ນຄົງ ໃຫ້ແກ່ລະບົບພື້ນຖານໂຄງລ່າງຂອງຊາດ.
ການສ້າງຕັ້ງສູນ CSOC ໃນຄັ້ງນີ້ ຈະເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ ແລະ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ວ່າລະບົບຂອງໄຟຟ້າລາວ ມີຄວາມໝັ້ນຄົງ, ປອດໄພ ແລະ ເຊື່ອຖືໄດ້ທຽບເທົ່າສາກົນ. ພ້ອມທັງເປັນການຢືນຢັນເຖິງວິໄສທັດຂອງ ຟຟລ ໃນການກ້າວສູ່ຍຸກດີຈິຕອນ ພາຍໃຕ້ຄຳຂວັນຂອງວຽກງານ ICT ທີ່ວ່າ: “ທັນສະໄໝ, ໝັ້ນຄົງ ແລະ ປອດໄພ”.






