14.2 C
Laos
ວັນພະຫັດ,ມັງກອນ,29

ໄອຍະການ ພິຈາລະນາປ່ອຍຕົວນັກໂທດ 227 ຄົນ ທີ່ຂໍອະໄພຍະໂທດ ປະຈຳປີ 2025

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ (ຜູ້ປະຈໍາການ) ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼູດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2025.

ໃນກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີ ຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2025 ໃນວັນທີ 10 ກັນຍາ 2025 ທີ່ນະຄອນຫຼວງວຽງຈັນ.

ໂດຍມີນັກໂທດທີ່ໄດ້ຮັບການປ່ອຍຕົວ 227 ຄົນ, ຍິງ 30 ຄົນ, ຕ່າງປະເທດ 1 ຄົນ, ຈາກນັກໂທດທັງຫມົດທີ່ສະເໜີຂໍໃຫ້ອະໄພຍະໂທດ 2.867 ຄົນ, ຍິງ 364 ຄົນ, ຕ່າງປະເທດ 59 ຄົນ, ຍິງ 7 ຄົນ, ໃນນັ້ນ ມີນັກໂທດສະເໜີຂໍອະໄພຍະໂທດຫຼຸດຜ່ອນໂທດ 2.640 ຄົນ, ຍິງ 334 ຄົນ, ຕ່າງປະເທດ 58 ຄົນ, ຍິງ 7 ຄົນ.

ພ້ອມນັ້ນ ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ພະແນກຍຸຕິທຳ ແລະ ອົງການປະຕິບັດຄໍາຕັດສິນຂອງສານໃນຂອບເຂດທົ່ວປະເທດ ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດໄດ້ຊຳລະ ໃນບັ້ນການຄົ້ນຄວ້າສະເໜີຂໍອະໄພຍະໂທດ ປະຈຳປີ 2025 ມີຈໍານວນ 13,3 ຕື້ກວ່າກີບ, ໃນນັ້ນ ມີຄ່າເສຍຫາຍທາງແພ່ງ 3,1 ຕື້ກວ່າກີບ, ຄ່າປັບໃໝທາງອາຍາ 10,22 ຕື້ກວ່າກີບ.

ກອງປະຊຸມ ຄັ້ງນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ພ້ອມດ້ວຍຄະນະກໍາມະການອະໄພຍະໂທດລະດັບຊາດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນກວດກາ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍ ອັນຖືກຕ້ອງເປັນທໍາຂອງລັດ ແຫ່ງ ສປປ ລາວ.

ໃນການກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ, ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໂອກາດດັ່ງກ່າວ, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໃຫ້ຄະນະກຳມະການອະໄພຍະໂທດ ລະດັບຊາດ, ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບ ໃນການກວດກາ, ຄົ້ນຄວ້າ ໂດຍອີງໃສ່ກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາທີ່ກ່ຽວຂ້ອງເປັນພື້ນຖານໃນການຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ການສະເໜີຂໍອະໄພຍະໂທດ ໃຫ້ແກ່ນັກໂທດ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ , ທີ່ມາ: ອອປສ.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ