ໃນວັນທີ 10 ເມສາ 2026 ທະນາຄານພັດທະນາອາຊີ (ADB) ປະຈໍາລາວ ປະຊຸມການພັດທະນາຂອງອາຊີ ຄາດຄະເນເດືອນເມສາ 2026 ຄວາມຂັດແຍ້ງໃນຕາເວັນອອກກາງ ທ້າທາຍຄວາມທົດທານໃນພາກພື້ນອາຊີ ແລະ ປາຊີຟິກ ໂດຍການເປັນປະທານຂອງທ່ານນາງ ກາວີຕ້າ ໄອເຢັນກ້າ ຊ່ຽວຊານດ້ານເສດຖະກິດອາວຸໂສຂອງຫ້ອງການ ADB ປະຈໍາ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບົດລາຍງານການຄາດຄະເນ ການພັດທະນາຂອງອາຊີ (ADO) ສະບັບເດືອນເມສາ 2026 ໂດຍ ADB ລາຍງານຕໍ່ກອງປະຊຸມວ່າ: ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຫຼຸດລົງຈາກ 4.4% ໃນປີ 2025 ມາທີ່ 4.0% ໃນປີ 2026 ແລະ ຈະກັບມາເພີ່ມຂຶ້ນຢູ່ທີ່ອັດຕາ 4.5% ໃນປີ 2027 ແລະ ຄາດວ່າການເຕີບໂຕຈະໄດ້ຈາກຂະແໜງບໍລິການ, ການຜະລິດໄຟຟ້າ, ການກໍ່ສ້າງ ແລະ ການເຊື່ອມໂຍງໃນພາກພື້ນທ່າມກາງສະພາບຄວາມສ່ຽງຈາກພາຍນອກ
ພ້ອມນີ້, ສະຖຽນລະພາບເສດຖະກິດພາຍຫຼັງມີການຮັດກຸມເສດຖະກິດມະຫາພາກ, ການປັບຄວາມດຸ່ນດ່ຽງດ້ານການເງິນ ແລະ ການຄ້າຕ່າງປະເທດ ພ້ອມທັງການຟື້ນໂຕຂອງຂະແໜງທ່ອງທ່ຽວ ແລະ ການສົ່ງອອກກະແສໄຟຟ້າ. ແຕ່ຄວາມອ່ອນໄຫວຕໍ່ພາຍນອກ, ການຊຳລະໜີ້ສິນສາທາລະນະທີ່ສູງ ແລະ ຂໍ້ຈຳກັດທາງດ້ານໂຄງສ້າງເສດຖະກິດຍັງຄົງເປັນອຸປະສັກຕໍ່ທິດທາງການເຕີບໂຕໃນໄລຍະກາງ.
ລາວ ໄດ້ມີຄວາມຄືບໜ້າທີ່ສໍາຄັນ ດ້ວຍອັດຕາເງິນເຟີ້ຫຼຸດລົງ ມາຢູ່ 7.7% ໃນປີ 2025 ປີ 2026 ຄາດວ່າຈະປັບໂຕສູງຂຶ້ນເລັກໜ້ອຍທີ່ອັດຕາ 9.8%, ເພີ່ມການສົ່ງອອກ ແລະ ຄັງສຳຮອງເງິນຕາຕ່າງປະເທດ. ດ້ວຍຄວາມສ່ຽງຂອງໂລກທີ່ສູງຂຶ້ນ ການຫັນເອົາຄວາມຄືບໜ້ານີ້ໄປສູ່ຜົນປະໂຫຍດທີ່ຍືນຍົງໃຫ້ປະຊາຊົນລາວຈໍາເປັນຕ້ອງມີການຮັກສາວິໄນທາງການເງິນ, ເລັ່ງການປະຕິຮູບລັດວິສາຫະກິດ.
ປີ 2026 ຄາດວ່າ: ການຜະລິດກະແສໄຟຟ້າ ແລະ ການຂຸດຄົ້ນແຮ່ທາດ ໂດຍຄາດຄະເນອັດຕາການເຕີບໂຕຂອງຂະແໜງອຸດສາຫະກຳຢູ່ທີ່ 4.6%. ຄວາມບໍ່ແນ່ນອນໃນທົ່ວໂລກ ເລີ່ມສົ່ງຜົນກະທົບຕໍ່ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ, ໃນຂະນະທີ່ໜີ້ສິນສາທາລະນະ ແລະ ການຄໍ້າປະກັນຍັງຢູ່ໃນລະດັບທີ່ສູງ ຊຶ່ງກວມເອົາປະມານ 82% ຂອງ GDP.






