ພິທີ ມອບ-ຮັບ ໂຄງການກໍ່ສ້າງອ່າງບໍາບັດນໍ້າເປື້ອນ ຕົວເມືອງທ່າແຂກ ໂຄງການພັດທະນາຕົວເມືອງຕາມແລວອານຸພາກພື້ນແມ່ນໍ້າຂອງ 4(GMS4)ຈັດຂຶ້ນໃນວັນທີ 5 ທັນວາ 2025 ທີ່ຜ່ານມານີ້.
ຢູ່ທີ່ຮ້ານອາຫານເວສຕາ ແຂວງຄຳມ່ວນ ລະຫວ່າງ ທ່ານ ປະເສີດ ບົວພັນ ປະທານບໍລິສັດ ຊັບທະວີ ກໍ່ສ້າງຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ແລະ ທ່ານ ໂພໄຊ ກະຕິຍາລາດ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ (ເຈົ້າຂອງໂຄງການ), ພ້ອມນັ້ນທາງ ພະແນກ ຍທຂ ໄດ້ມອບຕໍ່ໃຫ້ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງນໍາໃຊ້.
ໂຄງການກໍ່ສ້າງອ່າງບໍາບັດນໍ້າເປື້ອນ ແບບບໍ່ລວມສູນຂະໜາດນ້ອຍ ເມືອງທ່າແຂກ ມີທັງໝົດ 7 ແຫ່ງຄື :
ໂຮງໝໍ 2 ແຫ່ງ, ໂຊນB1 ພື້ນທີ່ບໍລິການ 68,303 m2, ບໍລິມາດບໍາບັດໄດ້ 179.9 m3/ວັນ; ໂຊນB2 ພື້ນທີ່ບໍລິການ 155,000 m2, ບໍລິມາດບໍາບັດໄດ້ 137.5 m3/ວັນ;
ຕະຫຼາດຫຼັກສາມ ພື້ນທີ່ບໍລິການ 115,550 m2, ບໍລິມາດບໍາບັດໄດ້ 114.1 m3/ວັນ, ສະຖານີລົດເມ ພື້ນທີ່ບໍລິການ 28,041m2, ບໍລິມາດບໍາບັດໄດ້ 57.3 m3/ວັນ,
ໂຮງຮຽນ 3 ແຫ່ງ (ປະຖົມຈອມແຈ້ງ ແລະ ມໍ ປາຍທ່າແຂກ 2 ແຫ່ງ), ລວງຍາວຂອງການວາງສາຍທໍ່ ປະມານ 3,507 ແມັດ.
ໂຄງການເລີ່ມກໍ່ສ້າງນັບແຕ່ວັນທີ 29 ພະຈິກ 2022 ແລະ ປັດຈຸບັນ ສໍາເລັດ 100% ມູນຄ່າສັນຍາ 1.6 ລ້ານໂດລາສະຫະລັດ, ຊຶ່ງແມ່ນໜຶ່ງໃນກິດຈະກໍາຂອງໂຄງການພັດທະນາຕົວເມືອງຕາມແລວອານຸພາກພື້ນແມ່ນໍ້າຂອງ 4 ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ADB.
ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີ ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ນາງ ວິສາພອນ ອິນທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ, ມີບັນດາການນໍາຂັ້ນສູນກາງ, ຂັ້ນແຂວງ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




