ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ ເຊີ່ງ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) .
ບົດລາຍງານລະບຸວ່າ: ເງິນເລຟບຸນກາຣີ (BGN) ຈະສືບຕໍ່ໝູນວຽນຄຽງຄູ່ກັບເງິນເອີໂຣຕະຫຼອດເດືອນມັງກອນ, ແຕ່ຫຼັງຈາກວັນທີ 1 ກຸມພາ ເງິນເອີໂຣຈະກາຍເປັນເງິນທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວໃນບຸນກາຣີ.
ໂດຍພົນລະເມືອງສາມາດແລກປ່ຽນເງິນເລຟເປັນເງິນເອີໂຣໄດ້ໂດຍບໍ່ເສຍຄ່າທຳນຽມທີ່ທະນາຄານ ແລະ ຫ້ອງການໄປສະນີລະຫວ່າງວັນທີ 1 ມັງກອນ ຫາ ວັນທີ 30 ມິຖຸນາ 2026; ຫຼັງຈາກນັ້ນ, ການແລກປ່ຽນສະກຸນເງິນຈະມີຄ່າທຳນຽມ.
ນອກຈາກນັ້ນ, ໃນວັນທີ 4 ມິຖຸນາ 2025, ຄະນະກຳມະການເອີຣົບໄດ້ປະກາດວ່າ ບຸນກາຣີໄດ້ຕອບສະໜອງເງື່ອນໄຂສຳລັບການຮັບຮອງເອົາເງິນເອີໂຣ, ໂດຍມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2026.
ບົດສະຫຼຸບເຫຼົ່ານີ້ແມ່ນໄດ້ກຳນົດໄວ້ໃນບົດລາຍງານການປັບປຸງ ປີ 2025 ຂອງຄະນະກຳມະການດັ່ງກ່າວ ຊຶ່ງກະກຽມຕາມການຮ້ອງຂໍຂອງບຸນກາຣີ ແລະ ໄດ້ຮັບການສະໜັບສະໜູນຈາກບົດລາຍງານຄູ່ຂະໜານຈາກທະນາຄານກາງເອີຣົບ (ECB).






