15.4 C
Laos
ວັນພະຫັດ,ມັງກອນ,29
spot_img

ພະລັງງານ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ຫວຽດນາມ ກຳລັງກຽມທີ່ຈະນຳເຂົ້າໄຟຟ້າປະມານ 8,000 MW ເມກາວັດຈາກ ລາວ.

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ (MOIT) ໄດ້ສະເໜີການປັບປຸງແຜນພັດທະນາໄຟຟ້າແຫ່ງຊາດຄັ້ງທີ 8 (PDP8) ໂດຍມີຈຸດປະສົງເພື່ອເພີ່ມການນຳເຂົ້າໄຟຟ້າຈາກລາວ ແລະ ຈີນ ເພື່ອຕອບສະໜອງຄວາມຕ້ອງການພະລັງງານທີ່ຂະຫຍາຍຕົວຢ່າງໄວວາ ສອດຄ່ອງກັບການເຕີບໂຕທາງເສດຖະກິດຂອງປະເທດໃນຊຸມປີມໍ່ໆມານີ້. ອີງຕາມຂໍ້ມູນຂອງ MOIT, ປະຈຸບັນຫວຽດນາມນຳເຂົ້າໄຟຟ້າປະມານ 1,600 ເມກາວັດຈາກລາວ ແລະ 550 ເມກາວັດຈາກຈີນ, ເຊິ່ງຄິດເປັນພຽງ 2.4% ຂອງກຳລັງການຜະລິດພະລັງງານທັງໝົດຂອງປະເທດ. ຢ່າງໃດກໍຕາມ, ຮອດປີ 2030,...

ແຂວງເຊກອງ ປະຊາຊົນ ໄດ້ຊົມໃຊ້ໄຟຟ້າໃນລະບົບຖາວອນແລ້ວ 94,72% ໃນປີ 2025

ເຊກອງ ປັດຈຸບັນ, ທົ່ວແຂວງມີຄວາມຍາວ ຂອງຕາຂ່າຍໄຟຟ້າ 22 ກິໂລໂວນ 1.045,05 ກິໂລແມັດຕໍ່ວົງຈອນ; ຕາຂ່າຍ 0,4 ກິໂລໂວນ 432,13 ກິໂລແມັດຕໍ່ວົງຈອນ; ຕາຂ່າຍ 0,23 ກິໂລໂວນ 1,65 ກິໂລແມັດຕໍ່ວົງຈອນ; ມີບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າໃນລະບົບທັງໝົດ 167 ບ້ານ ກວມເອົາ 82,27% ແລະ...

ມາເລເຊຍ ຮ່ວມມືກັບ ທະນາຄານໂລກ ພັດທະນາ ໂຄງການພະລັງງານໝູນວຽນ ມູນຄ່າ6 ຕື້ໂດລາ ໃນລັດຍະໂຮຣ.

ສຳນັກຂ່າວ ອິນໂຟເຄວສ ລາຍງານ ເມື່ອບໍ່ດົນມານີ້, ທະນາຄານໂລກ ໄດ້ລົງນາມການຮ່ວມມື ກັບ ມາເລເຊຍ ເພື່ອພັດທະນາ ໂຄງການ ລະບຽງ ພະລັງງານ ໝູນວຽນ ຍະໂຮຣພາກໃຕ້ (Southern Johor Renewable Energy Corridor-SJREC) ຢູ່ໃນລັດຍະໂຮຣ ດ້ວຍມູນຄ່າລວມ 6 ຕື້ໂດລາສະຫະລັດ. ຂໍ້ຕົກົລງດັ່ງກ່າວ ໄດ້ລົງນາມ...

ບຣາຊິນ ສະເຫນີ ແຜນຢຸດຕິການໃຊ້ເຊື້ອເພີງຟອກຊິວ ໃນກອງປະຊຸມ COP30 ຫລາຍກວ່າ 80 ປະເທດເຫັນດີນຳ.

ຫລາຍກວ່າ 80 ປະເທດໄດ້ສະໜັບສະໜູນ ຂໍ້ສະເໜີ ຂອງ ບຣາຊິນ ກ່ຽວກັບ ການເຈລະຈາ "ແຜນການ" ດຳເນີນ ການລົບລ້າງ ເຊື້ອເພີງຟອກຊິວ ຢູ່ໃນກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມ ກອບສົນທິສັນຍາ ຂອງສປຊ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ (COP30) ເຊິ່ງພວມດຳເນີນ ຢູ່ນະຄອນ Belem...

ອົດສະຕຣາລີ ຈະໃຫ້ປະຊາຊົນ ໃຊ້ໄຟຟ້າພະລັງງານ ແສງຕາເວັນ ຟຣີ

ສຳນັກຂ່າວ ອິນໂຟເຄວສ ລາຍງານ , ທ່ານ ຄຣີສ ໂບເວນ ລັດຖະມົນຕີ ກະຊວງ ພະລັງງານ ອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານ ກຽມສະເໜີແຜນໃຫ້ ຄົວເຮືອນ ຫລາຍລ້ານຫລັງຄາ ທົ່ວປະເທດ ສາມາດໃຊ້ ໄຟຟ້າ ຈາກ ພະລັງງານ ແສງຕາເວັນໄດ້ ໂດຍບໍ່ເສຍຄ່າ ເປັນເວລາ...

ໂຄງການສ້າງສາຍສົ່ງໄຟຟ້າ ຂ້າມພົມແດນ ປະສົບຄວາມສໍາລັດແລ້ວ 16 ສາຍ ລະຫວ່າງ ຈີນ-ອາຊຽນ.

ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ພະ​ລັງ​ງານ​ສະ​ອາດ ​ຂອງ ກອງ​ປະ​ຊຸມ ​ສຸດຍອດ ​ອາ​ຊີ​ຕາ​ເວັນ​ອອກ​ ຄັ້ງ​ທີ 7 ທີ່​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຟູ​ໂຈ່ວ ​ແຂວງ​ຟູ​ຈ້ຽນ ຂອງ​ ຈີນ​ລະບຸວ່າ, ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ ​ດ້ານ​ພະ​ລັງ​ໄຟ​ຟ້າ ​ລະ​ຫວ່າງ​ ຈີນ ແລະ ອາ​ຊຽນ​ ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ, ໂດຍສະເພາະແມ່ນ ການ​ສ້າ​ງສາຍສົ່ງ​ໄຟ​ຟ້າ​...

ລາວເປີດເສັ້ນທາງໃໝ່ ນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອຄວາມໝັ້ນຄົງດ້ານພະລັງງານ ຜ່ານຫວຽດນາມ

ບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດລາວ ໄດ້ເປີດເສັ້ນທາງການນໍາເຂົ້ານໍ້າມັນເຊື້ອໄຟໃໝ່ຜ່ານທ່າເຮືອ Nghe Son ຂອງຫວຽດນາມ ເພື່ອຄວາມໝັ້ນຄົງດ້ານພະລັງງານ ແລະ ຮັບປະກັນການສະໜອງນໍ້າມັນເຊື້ອໄຟທີ່ໝັ້ນຄົງໃຫ້ແກ່ພາກເໜືອຂອງລາວ. ເສັ້ນທາງດັ່ງກ່າວ ເລີ່ມແຕ່ທ່າເຮືອເຂດເສດຖະກິດພິເສດ ເງເຊີນ ແຂວງ ແທງ​ຫົວ ສສ ຫວຽດນາມ ມາຍັງລາວ ຜ່ານດ່ານສາກົນນ້ຳຄານ ແຂວງຊຽງຂວາງ ແລະ ດ່ານສາກົນນ້ຳຊອຍ ແຂວງຫົວພັນ. ໂທລະພາບ ແຂວງຫົວພັນ ລາຍງານວ່າ : ນໍ້າມັນເຊື້ອໄຟດັ່ງກ່າວ...

ລາວ​ຕັ້ງ​ເປົ້າ​ຈະ​ເພີ່ມ​ສ່ວນ​ແບ່ງ​ພະລັງງານ​ທົດ​ແທນ​ໃຫ້ໄດ້ຮ້ອຍລະ 11% ​ໃນ​ປີ 2030.

ຍຸດທະສາດການພັດທະນາພະລັງງານຂອງລາວ ມຸ່ງໄປເຖິງການເພີ່ມພະລັງງານທົດແທນທີ່ປ່ຽນແປງໄດ້ (ຕົ້ນຕໍແມ່ນພະລັງງານລົມ ແລະ ແສງຕາເວັນ) ເປັນ 11 ເປີເຊັນໃນປີ 2030. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ, ເປົ້າ​ໝາຍ​ນີ້​ມີ​ຄວາມ​ສຳຄັນ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​ຢືດຢຸ່ນ​ດ້ານ​ພະລັງງານ, ຄວາມ​ຍືນ​ຍົງ, ​ແລະ​ສະໜັບສະໜູນ​ການ​ຫັນປ່ຽນ​ເສດຖະກິດ​ໃນ​ໄລຍະ​ຍາວ​ຂອງ​ປະ​ເທດ. ເຊີ່ງໄດ້ເນັ້ນຢ້ຳໃນກອງປະຊຸມຕະຫຼາດຄາບອນ ແລະ ພະລັງງານສະອາດ ຂອງ ສປປ ລາວ ທີ່ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດທີ 24-25 ກັນຍາ 2025. ກອງ​ປະຊຸມ​ໄດ້​ນຳ​ເອົາ​ຜູ້ຕາງໜ້າ​ຈາກ​ລັດຖະບານ, ຄູ່​ຮ່ວມ​ມື​ພັດທະນາ,...

ລາວເປັນເຈົ້າພາບຈັດກອງປະຊຸມຕະຫຼາດຄາບອນ ແລະ ພະລັງງານສະອາດ.

ກອງປະຊຸມຕະຫຼາດຄາບອນ ແລະ ພະລັງງານສະອາດ ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ 200 ກວ່າ​ຄົນ​ທີ່​ມາ​ຈາກ​ພາກ​ລັດ, ພາກປະຊາສັງຄົມ​ພົນລະ​ເຮືອນ, ຄູ່​ຮ່ວມ​ມື​ພັດທະນາ ​ແລະ ພາກ​ເອກະ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພ້ອມ​ທັງ​ຍັງມີ​ບັນດາ​ບູດ​ທີ່​ມາ​ຈາກ​ຜູ້​ພັດທະນາ​ໂຄງການ​ທີ່​ໄດ້​ວາງສະ​ແດງ​ເຕັກ​ໂນ​ໂລ​ຊີ​ຂອງ​ຕົນ. ​ໃນ​ສອງ​ວັນ​ຜ່ານ​ມາ, ມີ​ຄະນະ​ຜູ້​ແທນ​ກວ່າ 35 ຄົນ​ໄດ້​ຄົ້ນຄວ້າ​ຫົວ​ຂໍ້ຕ່າງໆ ​ລວມທັງ​ຄວາມ​ພ້ອມ​ຂອງ​ຕະຫຼາດ​ກາກ​ບອນ, ​ໂອກາດ​ໃນການ​ລົງທຶນ, ລະບົບ​ນິ​ເວດ​ວິ​ສາ​ຫະກິດ, ​ແລະ ທັດສະນະ​ດ້ານ​ພະລັງງານ​ຂອງ​ພາກ​ພື້ນ. ຫົວ​ຂໍ້​ສຳຄັນ​ລວມມີ​ການ​ລະດົມ​ພາກ​ເອກະ​ຊົນ, ​ເອົາ​ຊະນະ​ສິ່ງ​ກີດຂວາງ​ໃນ​ການ​ລົງທຶນ, ​ເພີ່ມ​ທະວີ​ການ​ສະໜອງ​ການ​ເງິນ​ໃຫ້​ແກ່​ບັນດາ​ໂຄງການ​ພະລັງງານ​ກາກ​ບອນ. ໃນປະຊຸມວັນທີ...

ADB ອະນຸມັດເງິນກູ້ 52 ລ້ານໂດລາສະຫະລັດ ເພື່ອຊ່ວຍກຳປູເຈຍ ຂະຫຍາຍຕາຂ່າຍພະລັງງານທົດແທນ

ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ອະນຸມັດ​ເງິນ​ກູ້ 52,72 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສະໜັບສະໜູນ​ໂຄງການ​ຂະຫຍາຍຕາ​ຂ່າຍ​ໄຟຟ້າ​ຂອງ​ກຳປູ​ເຈຍ ​ເພື່ອ​ສະໜັບສະໜູນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ພະລັງງານ​ທົດ​ແທນ​ເຂົ້າ​ໃນ​ຕາ​ຂ່າຍ​ໄຟຟ້າ ​ແລະ ຊ່ວຍ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໄຟຟ້າ​ທີ່​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ. ADB ຖະແຫຼງໃນວັນທີ 18 ກັນຍານີ້ວ່າ, ກຳປູເຈຍ ໄດ້ຂະຫຍາຍກຳລັງການຜະລິດກະແສໄຟຟ້າຢ່າງໄວວາ, ເພີ່ມກຳລັງການຜະລິດເປັນສອງເທົ່າຈາກ 8.68 ເທຣາວັດຊົ່ວໂມງ (TWh) ໃນປີ 2020 ເປັນ 17.85 TWh ໃນປີ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은