14 C
Laos
ວັນພະຫັດ,ມັງກອນ,29
spot_img

ລະຫວ່າງປະເທດ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢ່າງເປັນທາງການແລ້ວ ໃນວັນທີ 2 ທັນວາ 2025

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ . ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ...

ລາວ ແລະ ກຳປູເຈຍ ໄດ້ສຳເລັດການປັກຫຼັກເຂດແດນແລ້ວ 86% ສ່ວນທີ່ເຫຼືອ 14% ຍັງຢູ່ໃນການເຈລະຈາ.

ສຳນັກຂ່າວ Cambodianness ລາຍງານວ່າ ກຳປູເຈຍ ແລະ ລາວ ໄດ້ສຳເລັດການປັກຫຼັກໝາຍຊາຍແດນແລ້ວ 86%, ແລະ ສ່ວນທີ່ເຫຼືອ 14% ຢູ່ພາຍໃຕ້ການເຄົາລົບເຊິ່ງກັນແລະກັນ, ອີງຕາມຖະແຫຼງການທີ່ອອກໂດຍປະທານສະພາສູງ ຮຸນ ເຊນ ໃນເດືອນມິຖຸນາ 2025 ໃນລະຫວ່າງກອງປະຊຸມຮ່ວມຂອງສະພາແຫ່ງຊາດ ແລະ ສະພາສູງ. ລາວ ແລະ ກຳປູເຈຍ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເລັ່ງການປັກຫຼັກໝາຍຊາຍແດນທີ່ຍັງເຫຼືອໃຫ້ສຳເລັດເພື່ອສົ່ງເສີມສັນຕິພາບ ແລະ...

ຜູ້ແທນຂັ້ນສູງຂອງຈີນຈະມາຢ້ຽມຢາມລາວຢ່າງເປັນທາງການໃນວັນທີ 1 ຫາ 3 ທັນວາ 2025.

ກະຊວງການຕ່າງປະເທດຈີນໄດ້ປະກາດວ່າ ທ່ານ ວັງ ຮູໜິງ ສະມາຊິກຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ (CPC) ແລະ ປະທານຄະນະກຳມະການແຫ່ງຊາດຂອງສະພາປຶກສາການເມືອງປະຊາຊົນຈີນ (CPPCC) ຈະນຳພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດໄປຍັງສາທາລະນະລັດປະຊາທິປະໄຕປະຊາຊົນລາວແຕ່ວັນທີ 1 ຫາ 3 ທັນວາ 2025. ໃນໂອກາດເຄື່ອນໄຫວຢ້ຽມຢາມຢູ່ ສປປ ລາວ, ສະຫາຍ ຫວັງຮູ້ໜິງ ຈະໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ...

ຣັດເຊຍ ເລັ່ງພິຈາລະນາ ເສັ້ນທາງລົດໄຟ ຍຸດທະສາດ ສູ່ອາຊຽນ ” ຣັດເຊຍ-ຈີນ-ລາວ “

ໃນທ່າມກາງບັນຍາກາດແຫ່ງຄວາມປິຕິຊົມຊື່ນ ຂອງປວງຊົນລາວທັງຊາດ ທີ່ພວມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ລັດຖະບານຣັດເຊຍ ໄດ້ປະກາດຂ່າວດີຢ່າງເປັນທາງການ ໂດຍຢືນຢັນການພິຈາລະນາເຊື່ອມຕໍ່ເສັ້ນທາງລົດໄຟຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຈາກນະຄອນວະລາດີວັອດສະຕັອກ (Vladivostok) ຂອງຣັດເຊຍ ຜ່ານສາທາລະນະລັດ ປະຊາຊົນຈີນ ເຂົ້າສູ່ ສປປ ລາວ. ໂຄງການນີ້ຖືເປັນບາດກ້າວສຳຄັນໃນການຍົກລະດັບຍຸດທະສາດ "Land-Linked" ຂອງລາວ ໃຫ້ກ້າວໄກສູ່ລະດັບທະວີບ...

ລາວ-ໂຮນລັງ ສະເຫຼີມສະຫຼອງສາຍພົວພັນ ການທູດ ຄົບຮອບ 50 ປີ 1975 -2025 .

ພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກໂຮນລັງ ໄດ້ຈັດຂຶ້ນໃນວັນທີ 17ພະຈິກ 2025 ຜ່ານມານີ້ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນ ຫຼວງວຽງຈັນ. ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮັກສາການລັດຖະມົນຕີ...

ໂຄງການສ້າງສາຍສົ່ງໄຟຟ້າ ຂ້າມພົມແດນ ປະສົບຄວາມສໍາລັດແລ້ວ 16 ສາຍ ລະຫວ່າງ ຈີນ-ອາຊຽນ.

ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ພະ​ລັງ​ງານ​ສະ​ອາດ ​ຂອງ ກອງ​ປະ​ຊຸມ ​ສຸດຍອດ ​ອາ​ຊີ​ຕາ​ເວັນ​ອອກ​ ຄັ້ງ​ທີ 7 ທີ່​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຟູ​ໂຈ່ວ ​ແຂວງ​ຟູ​ຈ້ຽນ ຂອງ​ ຈີນ​ລະບຸວ່າ, ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ ​ດ້ານ​ພະ​ລັງ​ໄຟ​ຟ້າ ​ລະ​ຫວ່າງ​ ຈີນ ແລະ ອາ​ຊຽນ​ ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ, ໂດຍສະເພາະແມ່ນ ການ​ສ້າ​ງສາຍສົ່ງ​ໄຟ​ຟ້າ​...

ສີ ຈິ້ນຜິງ ສົ່ງສັນຍານເນັ້ນສ້າງປະຊາຄົມເສດຖະກິດຮ່ວມກັນ ໃນການເປັນເຈົ້າພາບກອງປະຊຸມ APEC 2026.

ໃນວັນທີ 1 ພະຈິກ 2025, #ປະທານາທິບໍດີຈີນ ສີ ຈິ້ນຜິງ ໄດ້ກ່າວປິດກອງປະຊຸມ #APEC2025 ທີ່ກຸງໂຊ, ເກົາຫຼີໃຕ້, ແລະ ໄດ້ໃຫ້ສັນຍານວ່າກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນໃນປີ 2026, ໂດຍ #ຈີນເປັນເຈົ້າພາບຈັດກອງປະຊຸມທີ່ #ເມືອງເຊີນເຈີ້ນ. ໃນໂອກາດນີ້, ປະທານາທິບໍດີ ສີ ຈິ້ນຜິງ ໄດ້ຢືນຢັນອີກຄັ້ງກ່ຽວກັບການຮ່ວມມື ແລະ ຄຳໝັ້ນສັນຍາຂອງຈີນໃນການເຮັດວຽກຮ່ວມກັບບັນດາປະເທດສະມາຊິກ APEC...

ການາດາ ມອບເງິນຊ່ວຍເຫລືອລ້າກວ່າ 700 ລ້ານກີບ ເພື່ອຊ່ວຍເຫຼືອໄພພິບັດໃນລາວ

ລັດຖະບານການາດາ ໄດ້ມອບເງິນຈຳນວນ 50,000 ໂດລາການາດາ (ມູນຄ່າ 700 ກວ່າລ້ານກີບ) ໃຫ້ແກ່ອົງການກາແດງລາວ ເພື່ອຊ່ວຍໃນການບັນເທົາທຸກ ແລະ ຟື້ນຟູໄພພິບັດ ໃຫ້ແກ່ຊຸມຊົນທີ່ປະສົບໄພນໍ້າຖ້ວມຢູ່ພາກໃຕ້ຂອງລາວ ຕາມການລາຍງານ ຂອງ KPL . ພິທີມອບ-ຮັບດັ່ງກ່າວໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ອົງການກາແດງລາວ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຫລ້າ ຈັນທະລາວົງ ປະທານອົງການກາແດງລາວ ແລະ ທ່ານ ເຄນ...

ລາວເປີດເສັ້ນທາງໃໝ່ ນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອຄວາມໝັ້ນຄົງດ້ານພະລັງງານ ຜ່ານຫວຽດນາມ

ບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດລາວ ໄດ້ເປີດເສັ້ນທາງການນໍາເຂົ້ານໍ້າມັນເຊື້ອໄຟໃໝ່ຜ່ານທ່າເຮືອ Nghe Son ຂອງຫວຽດນາມ ເພື່ອຄວາມໝັ້ນຄົງດ້ານພະລັງງານ ແລະ ຮັບປະກັນການສະໜອງນໍ້າມັນເຊື້ອໄຟທີ່ໝັ້ນຄົງໃຫ້ແກ່ພາກເໜືອຂອງລາວ. ເສັ້ນທາງດັ່ງກ່າວ ເລີ່ມແຕ່ທ່າເຮືອເຂດເສດຖະກິດພິເສດ ເງເຊີນ ແຂວງ ແທງ​ຫົວ ສສ ຫວຽດນາມ ມາຍັງລາວ ຜ່ານດ່ານສາກົນນ້ຳຄານ ແຂວງຊຽງຂວາງ ແລະ ດ່ານສາກົນນ້ຳຊອຍ ແຂວງຫົວພັນ. ໂທລະພາບ ແຂວງຫົວພັນ ລາຍງານວ່າ : ນໍ້າມັນເຊື້ອໄຟດັ່ງກ່າວ...

ປະທານ​ປະ​ເທດ​ລາວ ຈະ​ເດີນທາງ​ໄປ​ຢ້ຽມຢາມ ​ເກົາຫລີ​ເໜືອ ຕາມ​ຄຳ​ເຊີນ​ຂອງ​ທ່ານ Kim Jong Un

ກຸງໂຊລ "ສຳນັກຂ່າວ ຣອຍເຕີ ລາຍງານວ່າ : “ ປະທານປະເທດລາວ ທ່ານ ທອງລຸນ ສີສຸລິດ ຈະໄປຢ້ຽມຢາມ ເກົາຫຼີເໜືອ ຕາມຄຳເຊີນຂອງທ່ານ ຄິມ ຈອງອຸນ ຜູ້ນຳ ສປປ ເກົາຫຼີ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກຳມະກອນເກົາຫຼີເໜືອ ໃນວັນທີ 10 ຕຸລາ 2025 ”....

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은