EDF Lao ໄຫ້ເງີນຊ່ວຍເຫລືອ 1.3 ລ້ານກວ່າໂດລາ ໃນໂຄງການປັບປຸງ ການສຶກສາ ຢູ່ 4 ແຂວງພາກໃຕ້ຂອງລາວ
ໂຄງການນີ້ມີເປົ້າໝາຍຢູ່ 4 ແຂວງ ຄື : ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ສາລະວັນ ໄລຍະ IV ດ້ວຍງົບປະມານຂອງໂຄງການແມ່ນ 1,352,560 ໂດລາສະຫະລັດ
ເມື່ອວັນທີ 19 ທັນວາ 2025 ຜ່ານມາ ກະຊວງສຶກສາທິການ ແລະ ກິລາ ແລະ ກອງທຶນການສຶກສາເພື່ອພັດທະນາ ( EDF Lao )ລົງນາມກ່ຽວກັບໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ຢູ່ 4 ແຂວງພາກໃຕ້ຂອງລາວ
ໂດຍໃຫ້ກຽດລົງນາມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ດຣ ຄໍາຮຽນ ອິນທະຫວາ ປະທານກອງທຶນການສຶກສາເພື່ອພັດທະນາ ປະຈໍາ ສປປ ລາວ.




