ທ່ານ ນາງ ຄຣິສຕາລິນາ ຈໍເຈຍວາ (Kristalina Georgieva) ຜູ້ອໍານວຍການກອງທຶນການເງິນສາກົນ (International Monetary Fund: IMF) ເຕືອນວ່າ : ໂລກອາດຕ້ອງຜະເຊີນເງິນເຟີ້ສູງຂຶ້ນຈາກສົງຄາມຕາເວັນອອກກາງ ປະເທດທຸກຍາກຈະໄດ້ຮັບຜົນກະທົບຮຸນແຮງຫລາຍທີ່ສຸດ ຫລັງອຸປະທານພະລັງງານໂລກປັ່ນປ່ວນຮຸນແຮງທີ່ສຸດເທົ່າທີ່ເຄີຍມີມາ. ຂະນະທີ່ບາງປະເທດຂໍກູ້ຢືມເງິນຈາກ IMF ແລ້ວ.
ວັນທີ 7 ເມສາ, Reuters ເຜີຍແຜ່ບົດສໍາພາດພິເສດຂອງນາງ ຈໍເຈຍວາ ໂດຍລະບຸວ່າ: ສົງຄາມອາເມລິກາ-ອີຣານເຮັດໃຫ້ເກີດຄວາມປັ່ນປ່ວນອຸປະທານພະລັງງານໂລກຮຸນແຮງທີ່ສຸດເທົ່າທີ່ໂລກເຄີຍຜະເຊີນມາ ຫລັງການປິດຊ່ອງແຄບຮໍມຸດ ເສັ້ນທາງຂົນສົ່ງພະລັງງານ 1 ໃນ 5 ຂອງໂລກ ເຮັດໃຫ້ກໍາລັງຜະລິດນໍ້າມັນຫລາຍລ້ານບາເຣລຢຸດສະງັກ.
IMF ເຄີຍຄາດຄະເນວ່າ: ເສດຖະກິດໂລກຈະຂະຫຍາຍຕົວ 3.3% ໃນປີ 2026 ແລະ 3.2% ໃນປີ 2027 ຈາກການຟື້ນຕົວຫລັງໂຄວິດ-19, ແຕ່ນາງ ຈໍເຈຍວາ ລະບຸວ່າ: ຈາກສະຖານະການຢູ່ຕາເວັນອອກກາງ ເຮັດໃຫ້ໂລກກໍາລັງຜະເຊີນຄວາມບໍ່ແນ່ນອນລະດັບສູງ ທັງຄວາມເຄັ່ງຕຶງທາງພູມສາດ, ເຕັກໂນໂລຊີ, ໂຄງສ້າງປະຊາກອນ ຈົນເຖິງການປ່ຽນແປງສະພາບອາກາດ.
ນາງ ຈໍເຈຍວາ ກ່າວວ່າ: ກຸ່ມທີ່ໄດ້ຮັບຜົນກະທົບຈາກສົງຄາມຕາເວັນອອກກາງຫລາຍທີ່ສຸດ ຄືປະເທດທຸກຍາກ ແລະ ບອບບາງທີ່ບໍ່ມີຊັບພະຍາກອນພະລັງງານ ໂດຍຫລາຍປະເທດບໍ່ມີພື້ນທີ່ການເງິນພຽງພໍຈະຊ່ວຍເຫລືອປະຊາຊົນ ເຊິ່ງອາດເພີ່ມຄວາມສ່ຽງຕໍ່ການເກີດບັນຫາຄວາມບໍ່ສະຫງົບທາງສັງຄົມເຊັ່ນ: ອາດຊະຍາກໍາ.
ຜູ້ອໍານວຍການ IMF ຍັງເນັ້ນວ່າ: ປັດຈຸບັນມີບາງປະເທດເລີ່ມຂໍການຊ່ວຍເຫລືອທາງການເງິນຈາກອົງການແລ້ວ, ແຕ່ບໍ່ໄດ້ເປີດເຜີຍຊື່ ໂດຍ IMF ອາດຂະຫຍາຍໂຄງການເງິນກູ້ບາງສ່ວນເພື່ອຮອງຮັບຄວາມຕ້ອງການດັ່ງກ່າວ.
ນາງ ຈໍເຈຍວາ ຍັງເຕືອນວ່າ: ມາດຕະການອຸດໜູນພະລັງງານແບບຄວບຄຸມບໍ່ແມ່ນຄໍາຕອບ ເພາະຈະຍິ່ງກະຕຸ້ນເງິນເຟີ້ ໂດຍເນັ້ນວ່າ: ເຖິງວ່າສົງຄາມຈະຢຸດລົງໃນວັນນີ້, ແຕ່ຜົນກະທົບທາງລົບຕໍ່ເສດຖະກິດໂລກຈະຍັງຢູ່.
ນອກຈາກນີ້, IMF ຍັງປະເມີນຮ່ວມກັບໂຄງການອາຫານໂລກ (World Food Program: WFP) ວ່າ: ຄົນຫລາຍລ້ານຄົນອາດຜະເຊີນຄວາມອຶດຫິວຮຸນແຮງ ຖ້າສົງຄາມແກ່ຍາວຮອດເດືອນມິຖຸນາ ເຖິງວ່າຍັງບໍ່ເຫັນວິກິດໃນຕອນນີ້, ແຕ່ຄວາມສ່ຽງຈະເພີ່ມຂຶ້ນ ຖ້າອຸປະທານການຂົນສົ່ງປຸ໋ຍຍັງຕິດຂັດ.






