ສະຫະພັນບານເຕະລາວ (LFF) ໄດ້ປະກາດອຳລາໂຄ້ດ Ha Hyeok-jun ຄູຝຶກຊາວເກົາຫຼີໃຕ້ ຫຼັງເບີດສັນຍາກັບ LFF ເມື່ອຕອນບ່າຍຂອງວັນທີ 2 ມັງກອນ 2026.
ໂດຍ ສະຫະພັນ ກ່າວ ໃນຖະແຫຼງການ ວ່າ”ຂອບໃຈ, ຄູຝຶກ Ha Hyeok Jun, ສຳລັບໄລຍະເວລາ 1 ປີ 4 ເດືອນຂອງທ່ານກັບທີມຊາດລາວ U23 ແລະ ທີມຊາດລາວ .
ຄູຝຶກ Ha , ໄດ້ນຳພາທີມຊາດລາວ U23 ແລະ ທີມຊາດລາວຕັ້ງແຕ່ເດືອນສິງຫາ 2024 ຈົນເຖິງທ້າຍປີ 2025. ພາຍໃຕ້ການນຳພາຂອງທ່ານ Ha, ນັກເຕະລາວໄດ້ຮັບການປັບປຸງຢ່າງຫຼວງຫຼາຍ, ສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ກັບຄູ່ແຂ່ງຂອງພວກເຂົາ.
ທ່ານໄດ້ແບ່ງປັນປະສົບການ, ຄວາມຮູ້, ແລະ ທັກສະຂອງທ່ານກັບຄູຝຶກແລະນັກເຕະລາວ, ເຊິ່ງເປັນແຮງບັນດານໃຈແລະກະຕຸ້ນໃຫ້ພວກເຂົາພັດທະນາ. ພວກເຮົາຂໍອວຍພອນໃຫ້ທ່ານມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດ, ປະສົບຜົນສຳເລັດໃນທຸກໆຄວາມພະຍາຍາມຂອງທ່ານ, ແລະ ໂຊກດີໃນການເດີນທາງໃໝ່ຂອງທ່ານ.”
ການປະກອບສ່ວນຂອງທ່ານ Ha ເປັນໄປໃນທາງທີດີຊ່ວຍທີມລາວສະເໝີ 3-3 ກັບອິນໂດເນເຊຍໃນການແຂ່ງຂັນເຕະບານອາຊຽນ 2024, ເຊິ່ງປະກອບສ່ວນເຮັດໃຫ້ “Garuda Eagles” ຕົກຮອບແບ່ງກຸ່ມ ແລະ ຊ່ວຍທີມ U23 ລາວສະເໝີກັບອິນໂດເນເຊຍ U23 (0-0) ໃນການແຂ່ງຂັນຮອບຄັດເລືອກອາຊີ U23 2026.
ທີມຊາດລາວພາຍໃຕ້ການຊີ້ນຳຂອງ ຄູຝຶກ Ha ຍັງໄດ້ສ້າງຄວາມມະຫັດສະຈັນເປັນຄັ້ງທຳອິດ ພາທີມຊາດລາວສະເໝີກັບທີມຊາດໄທ 1-1 ໃນທ້າຍປີ 2024, ເຖິງແມ່ນວ່າມັນເປັນພຽງການແຂ່ງຂັນມິດຕະພາບກໍຕາມ.
ໃນງານມະຫະກຳກິລາຊີເກມຄັ້ງທີ 33, ທີມຊາດລາວ U23 ພາຍໃຕ້ການຊີ້ນຳຂອງຄູຝຶກ Ha ໄດ້ຖືກຄັດອອກຫຼັງຈາກເສຍ 2 ນັດໃນຮອບແບ່ງກຸ່ມ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຍັງຊ່ວຍບານເຕະລາວ ມີທ່າແຮງ ທີ່ຈະພັດທະນາຕໍ່ໄປໄດ້ອີກໄກ.
ຫຼັງຈາກ LFF ແຍກທາງກັບຄູຝຶກ Ha ແລ້ວ , ທາງສະຫະພັນຈະຄົ້ນຫາຄູຝຶກຄົນໃໝ່ ແລະ ຄາດວ່າຈະປະກາດຊື່ຄົນຜືກຄົນໃໝ່ໃນລະຫວ່າງການແຂ່ງຂັນເຕະບານໂລກ FIFA ໃນປີ 2026.




