ວໍຊິງຕັນ – ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວໃນວັນພະຫັດຜ່ານສື່ສັງຄົມວ່າ ໄອຍະການ Pam Bondi ຈະລາອອກຈາກຕຳແໜ່ງ ແລະ ຮອງໄອຍະການ Todd Blanche ຈະດຳລົງຕຳແໜ່ງເປັນໄອຍະການຮັກສາການ.
.
“Pam Bondi ເປັນຜູ້ຮັກຊາດອາເມລິກາທີ່ຍິ່ງໃຫຍ່ ແລະ ເປັນເພື່ອນທີ່ສັດຊື່, ຜູ້ທີ່ໄດ້ຮັບໃຊ້ຢ່າງສັດຊື່ໃນຖານະໄອຍະການຂອງຂ້າພະເຈົ້າໃນໄລຍະປີທີ່ຜ່ານມາ,” ທ່ານທຣຳ ຂຽນໃນ Truth Social. “ນາງຈະຫັນປ່ຽນໄປສູ່ວຽກໃໝ່ທີ່ຈຳເປັນ ແລະ ສຳຄັນຫຼາຍໃນຂະແໜງເອກະຊົນ, ເຊິ່ງຈະປະກາດໃນວັນທີໃນອະນາຄົດອັນໃກ້ນີ້.”
.
ຖະແຫຼງການລ່າສຸດຂອງທ່ານທຣຳ ມີຂຶ້ນບໍ່ດົນຫຼັງຈາກສື່ມວນຊົນຫຼາຍແຫ່ງຂອງສະຫະລັດລາຍງານວ່າ ປະທານາທິບໍດີໄດ້ໄລ່ Bondi ອອກ.






