14.2 C
Laos
ວັນພະຫັດ,ມັງກອນ,29

ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກຳນົດ 11 ແຜນ​ນະ​ໂຍ​ບາຍໃຫຍ່ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກຳນົດ 11 ແຜນ​ນະ​ໂຍ​ບາຍໃຫຍ່ ເພື່ອເຮັດໃຫ້ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ .
ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ລາຍ​ງານ 11ແຜນ​ງານ​ໃຫຍ່ ທີ່ນອນ​ຢູ່​ໃນ​ຮ່າງ​ໂຄງ​ການ​ການ​ເມືອງ ຕໍ່​ກອງ​ປະ​ຊຸມ​ໃຫຍ່ ຜູ້​ແທນ​ທົວ​ປະ​ເທດ ຂອງ​ພັກ ຄັ້ງ​ທີ XII ເຊິ່ງ​ໄດ້ໄຂ​ຂື້ນ ໃນຕອນ​ເຊົ້າ ມື້​ນີ້​ວ່າ :
11, ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, ປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບກຳມະສິດ, ຫຼາຍຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫຼາຍຮູບການແຈກຢາຍ, ໃນນັ້ນ ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບເປັນກຳລັງແຮງ ຂອງພື້ນຖານເສດຖະກິດແຫ່ງຊາດ.
2/, ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ເສີມຂະຫຍາຍທ່າແຮງໄດ້ປຽບ, ຄວາມສາມາດບົ່ມຊ້ອນ ຂອງປະເທດ. ນຳໃຊ້ເຕັກໂນໂລຊີດີຈີຕອນ ໃຫ້ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫຼມ.
3/, ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ. ຍຶດໝັ້ນທິດນຳຖືເອົາຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມຕາມທິດເສດຖະກິດສີຂຽວ,​ ເສດຖະ ກິດໝູນວຽນ ແລະ ຍືນຍົງ.
4/, ພັດທະນາວັດທະນະທຳ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ພັດທະນາສັງຄົມ ຕາມທິດສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ສ້າງສັງຄົມສາມັກຄີເປັນປຶກແຜ່ນຂອງບັນດາເຜົ່າ; ການເຄົາລົບສິດ-ເສລີພາບ ຂອງປະຊາຊົນ; ການສ້າງຄວາມເປັນເອກະພາບ ລະຫວ່າງຊັ້ນຄົນ; ສືບຕໍ່ປະຕິບັດທິດນຳ ເອົາການສຶກສາໄປກ່ອນ ກ້າວໜຶ່ງ, ເອົາການພັດທະນາວິທະຍາສາດ-ເຕັກໂນໂລຊີ ເປັນຂໍກຸນແຈ ເຮັດໃຫ້ການສຶກສາມີຄຸນະພາບສູງຂຶ້ນ; ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ໃຫ້ນັບມື້ທົ່ວເຖິງ ແລະ ມີຄຸນະພາບສູງ.
5/, ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກ ຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່. ພັດທະນາຄົນລາວໃຫ້ມີນໍ້າໃຈຮັກຊາດອັດດູດດື່ມ ຕິດພັນກັບການຮັກລະບອບໃໝ່, ມີຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນພະບູລຸດ ຂອງຊາດ, ສ້າງຄົນລາວ ໃຫ້ເປັນຄົນສັງຄົມນິຍົມ.
6/, ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ດ້ວຍການຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງຄວາມອາດສາມາດບົ່ມຊ້ອນ ໃນແຕ່ລະດ້ານ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ, ຮອບດ້ານ ຂອງພັກ.
7/, ຍຶດໝັ້ນແນວ​ທາງ​ການ​ຕ່າງ​ປະ​ເທດ ຂອງພັກ, ສ້າງເງື່ອນໄຂອຳນວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ດຳເນີນການເຊື່ອມໂຍງ-ເຊື່ອມຈອດ ເຂົ້າກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ,​ ຫຼາຍຮູບແບບ, ຫຼາຍລະດັບ ທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ.
8/, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ. ສ້າງຄວາມໜັກ ແໜ້ນດ້ານລະບົບແນວຄິດ-ທິດສະດີຂອງພັກ; ສ້າງອົງການຈັດ ຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີນຳພາ ແລະ ການເຄື່ອນໄຫວ ຂອງການຈັດຕັ້ງພັກ ຕາມກົດລະບຽບ ຂອງພັກ, ຮັບປະກັນລັກສະນະວິທະຍາສາດ ແລະ ປະຕິວັດ ຢ່າງໜັກແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມຄຸນປ່ຽນທາດເອງ” ພາຍໃນພັກ. ສ້າງຖັນແຖວພະນັກງານ, ສະມາຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການເມືອງ; ຍົກສູງປະສິດທິພາບ ການຕິດຕາມ, ກວດກາ ການປະຕິບັດວິໄນ ຂອງພັກ, ກົດໝາຍ ຂອງລັດ ຢ່າງເຂັ້ມງວດ.
9/, ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, ສ້າງລັດທີ່ຖືລັດຖະທຳມະນູນ ແລະ ກົດໝາຍ ມີບົດບາດສູງສຸດ, ສ້າງລັດທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການອຳນາດລັດເອກະພາບ,​ ມີການແບ່ງງານ ຢ່າງຈະແຈ້ງ, ສ້າງລັດໃຫ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ເຮັດຫຼ້ອນພັນທະ ຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນ ປະຕິບັດພັນທະຕໍ່ລັດ ຢ່າງຄົບຖ້ວນ.
10/, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ; ປ່ຽນແປງ ໃໝ່ແບບແຜນວິທີເຮັດວຽກກັບມະຫາຊົນ, ວິທີປຸກລະດົມຂົນ ຂວາຍມະຫາຊົນ; ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ໜ້າທີ່ ຂອງຕົນ.
11/, ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນ ໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງ ຂອງພັກ ແລະ ກົດໝາຍ ຂອງລັດ ຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດ ຢ່າງຊອບທຳ.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ