ຈຸດປະສົງຂອງການຈັດງານນີ້ຂຶ້ນເພື່ອສົ່ງເສີມການຮ່ວມມືໄມຕີຈິດມິດຕະພາບລະຫວ່າງຈີນ ແລະ ຫວຽດນາມ(ແຂວງລາວກາຍ) ສົ່ງເສີມການຜະລິດ ແລະ ການຄ້າຂອງພືດ ຊ່ານຊີ “ໂສມປ່າ” ຊຶ່ງເປັນພືດສະໝຸນໄພທີ່ມີຊື່ສຽງ ແລະ ເປັນຜະລິດຕະພັນຫຼັກໃນເຂດ ເຫວີນຊ່ານ.
ເພື່ອປະຊາສຳພັນດ້ານວັດທະນະທຳທ້ອງຖິ່ນແລະການທ່ອງທ່ຽວ ດຶງດູດໄໃຫ້ນັກທ່ອງທ່ຽວມາທ່ຽວເຂດເຫວີນຊ່ານ, ເປັນເວທີແລກປ່ຽນທາງວິຊາການ ແລະ ເສດຖະກິດ ລະຫວ່າງ ຜູ້ຜະລິດ, ນັກຄົ້ນຄວ້າ ແລະ ນັກທຸລະກິດ ແລະ ເພື່ອສືບສານປະເພນີອັນເປັນເອກະລັກຂອງຊົນເຜົ່າໃນເຂດເຫວີນຊ່ານ.
ໃນງານດັ່ງກ່າວໄດ້ມີການສະແດງວັດທະນະທຳຊົນເຜົ່າທ້ອງຖິ່ນເຊັ່ນ; ການຮ້ອງເພງ, ການຟ້ອນ,ການສະແດງຊຸດຊົນເຜົ່າ ແລະ ວິຖີຊີວິດຂອງຊົນເຜົ່າ ແລະ ຄວາມສຳຄັນທາງດ້ານສັບພະຄຸນຕ່າງໆຂອງພືດດັ່ງກ່າວອີກດ້ວຍ.




