ຜົນສໍາຫລວດ Reuters/Ipsos ເປີດເຜີຍວ່າ: ຊາວອາເມລິກາ 2 ໃນ 3 ຕ້ອງການໃຫ້ອາເມລິກາຢຸດສົງຄາມອີຣານຢ່າງວ່ອງໄວ ເຖິງວ່າລັດຖະບານທ່ານ ໂດນັລ ທຣໍາ ອາດບໍ່ບັນລຸເປົ້າໝາຍໃນສົງຄາມກໍຕາມ. ຂະນະທີ່ມີ 27% ເທົ່ານັ້ນທີ່ສະໜັບສະໜູນໃຫ້ເດີນໜ້າເຮັດສົງຄາມຕໍ່ໄປ.
Reuters ເປີດເຜີຍລາຍງານຜົນສໍາຫລວດຄວາມຄິດເຫັນຊາວອາເມລິກາ 1,021 ຄົນ ນັບແຕ່ວັນທີ 27-29 ມີນາຜ່ານມາວ່າ: ອາເມລິກາສົມຄວນເຮັດສົງຄາມກັບອີຣານຕໍ່ໄປ ຫລື ບໍ່ ປາກົດວ່າ: ຜູ້ຕອບແບບສໍາຫລວດ 66% ເຫັນວ່າ ທ່ານ ທຣໍາ ຄວນຢຸດສົງຄາມ ເຖິງວ່າບໍ່ບັນລຸເປົ້າໝາຍທາງການທະຫານ. ຂະນະທີ່ 27% ເຫັນວ່າ ອາເມລິກາຄວນເຮັດສົງຄາມຕໍ່ໄປ, ສ່ວນອີກ 6% ບໍ່ໄດ້ຕອບຄໍາຖາມ.
ໜ້າສົນໃຈວ່າ: ຖ້າເຈາະເລິກຜົນສໍາຫລວດສະເພາະກຸ່ມ ໃນບັນດາຖານສຽງພັກຣີພັບລິກັນ ແລະ ທ່ານ ທຣໍາ ມີປະຊາກອນເຖິງ 40% ທີ່ຕ້ອງການໃຫ້ອາເມລິກາຢຸດສົງຄາມໂດຍໄວ. ຂະນະທີ່ 57% ສະໜັບສະໜູນໃຫ້ທ່ານ ທຣໍາ ເດີນໜ້າເຮັດສົງຄາມກັບອີຣານຕໍ່ໄປ.
ສໍາລັບບັນຫາເລື່ອງລາຄານໍ້າມັນ ແລະ ບັນຫາປາກທ້ອງ, ຜູ້ຕອບແບບສໍາຫລວດ 2 ໃນ 3 ຄາດວ່າ: ລາຄານໍ້າມັນຈະແພງຂຶ້ນໃນໄລຍະ 1 ປີຕໍ່ໜ້າ ເຊິ່ງລວມທັງກຸ່ມຜູ້ສະໜັບສະໜູນພັກຣີພັບລິກັນ 40%. ຂະນະທີ່ຫລາຍກວ່າເຄິ່ງໜຶ່ງຂອງຊາວອາເມລິກາເຊື່ອວ່າ: ຄວາມຂັດແຍ່ງຄັ້ງນີ້ຈະສ້າງຜົນກະທົບຕໍ່ສະຖານະທາງການເງິນ ເຊິ່ງໃນຈໍານວນນີ້ລວມທັງຖານສຽງຂອງພັກຣີພັບລິກັນ 39%.
TIME ວິເຄາະວ່າ: ສົງຄາມອີຣານສ້າງແຮງກະທົບໂດຍກົງຕໍ່ຊາວອາເມລິກາ ຫລັງລາຄານໍ້າມັນກາຊວນທົ່ວປະເທດເພີ່ມຂຶ້ນສະເລ່ຍ 4 ໂດລາຕໍ່ແກນລອນ ນັບແຕ່ປີ 2022 ໂດຍທ່ານ ແພດທຣິກ ເດິ ຮານ ຈາກ GasBuddy ຊີ້ວ່າ: ລາຄານໍ້າມັນທີ່ເພີ່ມຂຶ້ນຖືເປັນ “ກໍາແພງທາງຈິດຕະວິທະຍາ” ຂອງຜູ້ຊົມໃຊ້ ເຊິ່ງເຮັດໃຫ້ເກີດຜົນກະທົບໃນວົງກວ້າງເຊັ່ນ: ຕົ້ນທຶນຂົນສົ່ງເພີ່ມຂຶ້ນ, ລາຄາສິນຄ້າອຸປະໂພກ-ບໍລິໂພກສູງຂຶ້ນ ແລະ ເງິນເຟີ້.
ເຖິງວ່າລັດຖະບານທ່ານ ທຣໍາ ພະຍາຍາມຫລຸດຜ່ອນສະຖານະການ ດ້ວຍການປ່ອຍນໍ້າມັນຈາກສາງສໍາຮອງນໍ້າມັນທາງຍຸດທະສາດ (Strategic Petroleum Reserve), ຫລຸດຜ່ອນກົດໝາຍຂົນສົ່ງ ແລະ ອະນຸຍາດໃຫ້ໃຊ້ເອທານໍປະສົມນໍ້າມັນ, ແຕ່ຕະຫລາດຍັງຕອບສະໜອງຈໍາກັດ ເພາະລາຄານໍ້າມັນຜູກມັດກັບຕະຫລາດໂລກ.
ປັດຈຸບັນ, ພັກຣີພັບລິກັນກໍາລັງຜະເຊີນການເລືອກຕັ້ງມິດເທີມໃນເດືອນພະຈິກ 2026 ຖືເປັນຕົວຕັດສິນວ່າ: ພັກຈະສາມາດຮັກສາສຽງສ່ວນຫລາຍໃນສະພາຜູ້ແທນລາຊະດອນ ແລະ ວຸດທິສະພາໄດ້ ຫລື ບໍ່ ເຊິ່ງໂດຍທົ່ວໄປແລ້ວ ພັກຂອງປະທານາທິບໍດີອາເມລິກາມັກເສຍບ່ອນນັ່ງກາງເລືອກຕັ້ງມິດເທີມ.
ອ້າງອີງ: Lao Phattana News






