ວັນທີ 6 ກຸມພາ 2026 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນໃນໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນການຂົນສົ່ງສາທາລະນະ (The Economic and Social Deve lopment Programme-Public transportation related equipment) ມູນຄ່າ 900 ລ້ານເຢນ ຫລື ປະມານ 124 ຕື້ກວ່າກີບ.
ຕາງໜ້າລັດຖະບານລາວເຂົ້າຮ່ວມລົງນາມ ໂດຍທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍທ່ານ ໂຄອິຊຸມິ ຊຶໂຕມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດແຫ່ງຍີ່ປຸ່ນປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມ.
ໂຄງການຊ່ວຍເຫຼືອດັ່ງກ່າວ, ແມ່ນແນໃສ່ການພັດທະນາການຂົນສົ່ງໃນ ສປປ ລາວ ໂດຍສະເພາະແມ່ນການເສີມຂະຫຍາຍການຂົນສົ່ງເພື່ອຮອງຮັບການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມໃນແຂວງຫລວງພະບາງ ຕາມແຜນແມ່ບົດການຂົນສົ່ງໃນຕົວເມືອງແຂວງຫລວງພະບາງ ທີ່ໄດ້ຮັບການຊ່ວຍເຫລືອພາຍໃຕ້ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໂດຍການສະໜອງລົດເມໄຟຟ້າ, ສິ່ງອໍານວຍຄວາມສະດວກ ແລະ ລະບົບການຄຸ້ມຄອງລົດເມ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງແວດລ້ອມໃນແຂວງຫລວງພະບາງ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຫລາຍປີທີ່ຜ່ານມາ ຊຶ່ງໂຄງການຊ່ວຍເຫຼືອຄັ້ງນີ້ຈະປະກອບສ່ວນອັນສໍາຄັນເຂົ້າໃນການຍົກລະດັບຄວາມອາດສາມາດຂອງການຄົມມະນາຄົມ, ຂົນສົ່ງ ແລະການບໍລິການທ່ອງທ່ຽວຢູ່ພາຍໃນແຂວງຫລວງພະບາງ, ລວມທັງປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເປັນກ້າວໆ.
ຕາງໜ້າໃຫ້ຂະແໜງການກ່ຽວຂ້ອງຂອງລາວໃຫ້ຄໍາໝັ້ນສັນຍາວ່າຈະນຳໃຊ້ການຊ່ວຍເຫລືອຈາກຍີ່ປຸ່ນຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ, ມີປະສິດທິພາບ ແລະ ມີປະສິດທິຜົນສູງສຸດເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວພ້ອມທັງສະແດງຄວາມຫວັງວ່າລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ ຊຶ່ງການຊ່ວຍເຫລືອຄັ້ງນີ້ບໍ່ພຽງແຕ່ເປັນການປັບປຸງພື້ນຖານໂຄງລ່າງເທົ່ານັ້ນ, ແຕ່ຍັງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ລາວ – ຍີ່ປຸ່ນ ໃຫ້ນັບມື້ນັບກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ກໍໄດ້ສະແດງຄວາມໝາຍໝັ້ນວ່າຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກໍຄືຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານຍີ່ປຸ່ນ-ລາວໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດຍີ່ປຸ່ນ ແລະ ລາວໃນຕໍ່ໜ້າ , ທີ່ມາ: ໜັງສືພິມປະຊາຊົນ






