ໃນວັນທີ 4 ເມສາ, ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດເຕືອນໃຫ້ອີຣານຍອມເຮັດຂໍ້ຕົກລົງ ຫລື ເປີດຊ່ອງແຄບຮໍມຸດ (Strait of Hormuz) ໂດຍລະບຸວ່າ: ອີຣານເຫລືອເວລາພຽງ 48 ຊົ່ວໂມງສຸດທ້າຍ ກ່ອນຮອດເສັ້ນຕາຍ 10 ວັນຈະສິ້ນສຸດລົງໃນວັນທີ 6 ເມສາ.
ທ່ານ ທຣໍາ ຍັງໄດ້ຂົ່ມຂູ່ຈະໂຈມຕີໂຮງໄຟຟ້າ, ແຫລ່ງນໍ້າມັນ ແລະ ໂຮງຜະລິດນໍ້າຈືດຂອງອີຣານ ເຊິ່ງຜູ້ຊ່ຽວຊານດ້ານກົດໝາຍສາກົນຈໍານວນໜຶ່ງຊີ້ວ່າ: ການຕັ້ງເປົ້າໂຈມຕີໂຄງລ່າງພື້ນຖານພົນລະເຮືອນອາດເຂົ້າຂ່າຍການເປັນ “ອາດຊະຍາກໍາສົງຄາມ” ແລະ ລະເມີດອະນຸສັນຍາເຈນີວາ.
ອີຣານໄດ້ອອກມາ “ປະຕິເສດ” ຂໍ້ສະເໜີຢຸດຍິງ 48 ຊົ່ວໂມງຈາກອາເມລິກາ ເຊິ່ງຖືກສົ່ງຜ່ານປະເທດຄົນກາງ ສົ່ງຜົນເຮັດໃຫ້ສະຖານະການການທູດຢຸດສະງັກ ແລະ ຍິ່ງເຄັ່ງຕຶງຂຶ້ນ. ທັງສອງຝ່າຍຍັງມີຈຸດຢືນທີ່ຂັດແຍ່ງກັນຢ່າງຊັດເຈນ ໂດຍອີຣານປະຕິເສດແຜນ 15 ຂໍ້ຂອງອາເມລິກາ ໂດຍເບິ່ງວ່າບໍ່ສົມເຫດສົມຜົນ ແລະ ຕ້ອງການໃຫ້ຢຸດສົງຄາມທີ່ຜິດກົດໝາຍນີ້ຢ່າງຖາວອນ.
ຂະນະທີ່ອາເມລິກາໄດ້ປະຕິເສດຂໍ້ຮຽກຮ້ອງຂອງອີຣານທີ່ຕ້ອງການອໍານາດອະທິປະໄຕເໜືອຊ່ອງແຄບຮໍມຸດ ໂດຍກອງທັບອີຣານຍັງບໍ່ຕອບໂຕ້ກັບຄໍາຂູ່ຂອງ ທຣໍາແຕ່ຢ່າງໃດ.






